• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະໂຮນລັງເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມຮອບດ້ານ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ນຳຫນ້າຄະນະຜູ້ແທນຂັ້ນສູງ ໂຮນລັງ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຕອນບ່າຍວັນທີ 9 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ໂຮນລັງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ທີ່ກອງປະຊຸມຖະແຫລງຂ່າວ (ພາບ: VGP)

ທີ່ກອງປະຊຸມຖະແຫລງຂ່າວພາຍຫລັງການເຈລະຈາ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໃຫ້ຮູ້ວ່າ: ຫວຽດນາມ ແລະ ໂຮນລັງ ເປັນເອກະພາບນຳກັນ ຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມມືຮອບດ້ານ. ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ດ້ວຍຄວາມປາດຖະຫນາຢາກນຳການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ຫວຽດນາມແລະ ໂຮນລັງ ເຫັນດີ ຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນລະດັບຄູ່ຮ່ວມມືຮອບດ້ານ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍການຕົກລົງນີ້ ການພົວພັນອັນດີງາມລະຫວ່າງສອງຝ່າຍຈະສືບຕໍ່ພັດທະນາຢ່າງແຮງໃນບັນດາຂົງເຂດ.”

(ແຫຼ່ງຄັດຈາກ VOV)

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top