• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອາເມລິກາຮ່ວມມືປັບປຸງວຽກງານຮັບມືກັບໄພທຳມະຊາດ

(​ພິ​ທີຕັດ​ແຖບ​ຜ້າເປີດ​ສະ​ຫຼອງ​ສູນ​ປະ​ສານ​ງານ​ຄຸ້ມ​ຄອ​ງ​ໄພ​ທ​ຳ​ມະ​ຊາດ)
          ວັນ​ທີ 02/03, ທ່ານ​ຮອງ​ເອກ​ອັກ​ຄະ​ລັດ​ຖ​ະ​ທ​ູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Susan Sutton ແລະ ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງ​ທ້ວນ ໄດ້​ເປີດ​ສະ​ຫຼອງ​ສູນ​ປະ​ສານ​ງານ​ຄຸ້ມ​ຄອ​ງ​ໄພ​ທ​ຳ​ມະ​ຊາດ ເພື່ອ​ແນ​ໃສ່​​ຊ່ວຍຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຫວຽດ​ນາມ ໃນ​ວຽກ​ງານ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ແລະ ໜູນ​ຊ່ວຍ​ກຸ່ມສາ​ມັນ​ຊົນ​ຜູ້​​ສ່ຽງ​ໄພ​ສູງກວ່າ​ເພີ່ນ​ເມື່ອ​ເກີດ​ໄພ​ທຳ​ມະ​ຊາດ. ສູນ​ໃໝ່​​ແຫ່ງນີ້​ຈະ​ຊ່ວຍ​​ບັນ​ດາ​ເ​ຈົ້າ​ໜ້າ​ທີ່​ທ້ອ​ງ​ຖິ່ນ​ບັນ​ຊາການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ອອກ​ຈາກ​ບັນ​ດາ​ເຂດ​ເຮືອນ​ທີ່​ອັນ​ຕະ​ລາຍ, ​ສະ​ສົມ​​ເຄື່ອງ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ທີ່​ຈຳ​ເປັນທີ່​ສະ​ຫງວນ​ໃຫ້​​ແກ່ການ​ກູ້​​ຊ່ວຍ​ຢ່າງ​ຮີບ​ດ່ວນ ແລະ ຮັບ​ມື​ກັບ​ຜົນ​​ຮ້າຍ​ຢ້ອນ​ຫຼັງ​ຈ​າກ​ພະ​ຍຸ... ສູນ​ປະ​ສານ​ງານ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ກໍ​ມີ​ບົດ​ບາ​ດ​ເປັນ​ແຫ່ງຫຼີກ​ລ້ຽງ​ພະ​ຍຸ​ຢ່າງ​ປອດ​ໄພ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ສູນ​ປະ​ສານ​ງານ​ໄພ​ທຳ​ມະ​ຊາດ ແລະ ຫຼີກ​ລ້ຽງ ເຊິ່ງ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ພວມ​ພ້ອມ​ກັນ​ກໍ່ສ້າງ​ ຄື​ດັ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ ເພື່​ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື ແລະ ຄວາມ​ທົນ​ທານຂອງ​ຫວຽດ​ນາມ ສຳ​ລັບ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ຢູ່​ບັນ​ດາ​ເຂດ​ແຄມ​ທະ​ເລ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top