• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະມາເລເຊຍສູ້ຊົນນຳວົງເງິນການຄ້າບັນລຸ 15 ຕື້ USD ໃນປີ 2020

ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ
(ພາບ: moit.gov.vn)
           ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Datuk Seri Mustapa Mohamed, ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສາ​ກົນ ມາ​ເລ​ເຊຍ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 9/12 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ມາ​ເລ​ເຊຍ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ຮັບ​ຮອງ​ເອົາ ແລະ ປະ​ຕິ​ບັດ​ລາຍ​ການ​ເຄື່ອນ​ໄຫວ​ ຫວຽດ​ນາມ ມາ​ເລ​ເຊຍ ໄລ​ຍະ 2017 – 2019 ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ລະ​ອຽດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ຫວັງ​ວ່າ 2 ປະ​ເທດ​ຕັ້ງ​ໜ້າ​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍູ້​ແຮງວົງ​ເງິນ​ການ​ຄ້າ.
        ກ່ອນ​ໜ້ານັ້ນ, ທີ່​ການ​ເຮັດ​ວຽກ​ລະ​ຫວ່າງ​ທ່ານ ເຈີ່ນ​ຕ໋ວນແອງ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສ​າ​ຫະ​ກຳ​ການ​ຄ້າ ແລະ ທ່ານ Datuk Seri Mustapa Mohamed, ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສາ​ກົນ ມາ​ເລ​ເຊຍ, 2 ຝ່າຍ​ຢັ້ງ​ຢືນ​ຕັດ​ສິນ​ໃຈ​ນຳ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ 15 ຕື້ USD ໃນ​ປີ 2020. ທ່າ​ນ​ລັດ​ຖະ​ມົນ​ຕີ ເຈີ່ນ​ຕ໋ວນແອງ ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ ມາ​ເລ​ເຊຍ ສືບ​ຕໍ່​ໜູນ​ຊ່ວຍ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນູດ​ໃຫ້​ແກ່ ຫວຽດ​ນາມ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ເລີ່ມ​ດຳ​ເນີນ​ອາ​ຊີບ, ພິ​ເສດ​ແມ່​ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ຍູ້​ແຮງ​ການ​ຮ່ວມ​ມື, ແບ່ງ​ປັນ​ຂໍ້​ລິ​ເລີ່ມ​ສົມ​ທົບ​ຮ່ວ​ມ​ໃນ​ຂອ​ບ​ເຂດ​ການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ ແລະ ສ​າ​ກົນ.
 
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top