• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ລອດເຂົ້າຮອບ 4 ທິມ ASIAN Cup 2019

      ທິມບານເຕະຫວຽດນາມ ແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ລອດເຂົ້າຮອບ 4 ທິມໃນການແຂ່ງຂັນຊິງແຊ້ມບານເຕະອາຊີ 2019 (ASIAN Cup 2019) ພາຍຫຼັງເຕະຊະນະຕໍ່ທິມບານເຕະ ຈໍແດນ ໃນການແຂ່ງຂັນຕອນຄ່ຳວັນທີ 20 ມັງກອນຜ່ານມາ.

(ຫວຽດນາມແມ່ນທິມບານເຕະດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ລອດເຂົ້າຮອບ 4 ທິມ ASIAN Cup 2019)
      ພາຍຫຼັງທິມບານເຕະຫວຽດນາມ ຍາດໄດ້ໄຊນະນະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດານັກກິລາ ທີ່ໄດ້ອຸທິດສ່ວນໃຫ້ຜູ້ຊົມ ແລະ ແຟນບານສຳລັບການແຂ່ງຂັນທີ່ໜ້າປະທັບໃຈ, ຍາດໄດ້ສິດໄປຕໍ່ໃນການແຂ່ງຂັນຮອບ 4 ທິມ.
        ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນງອັກທ້ຽນ ໄດ້ສົ່ງຈົດໝາຍໄປອວຍພອນທິມບານເຕະຫວຽດນາມ. ໃນຈົດໝາຍ, ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ໄດ້ຍ້ອງຍໍຈິດໃຈສາມັກຄີ, ຄຸນນະທາດ, ແຂ່ງຂັນຢ່າງອົງອາດກ້າຫານຂອງທິມບານເຕະ ແລະ ຄະນະຝຶກຊ້ອມ.
        ຍາດໄດ້ສິດເຂົ້າໃນການແຂ່ງຂັນຮອບ 4 ທິມ, ທິບບານເຕະຫວຽດນາມ ຈະຢູ່ Dubai ແລະ ແຂ່ງຂັນທິມທີ່ຊະນະໃນນັດການແຂ່ງຂັນຍີ່ປຸ່ນ - ຊະອຸດີ ອາຣາເບຍ ໃນວັນທີ 24 ມັງກອນ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top