• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມຸ່ງໄປສູ່ການຊຸກຍູ້ການພັດທະນາລະບົບມູນຄ່າກະສີກຳຮອບດ້ານ ແລະ ຍືນຍົງ


(ພາບ​ປະ​ກອບ)

      ຫວຽດ​ນາມ​ມຸ່ງ​ໄປ​ສູ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກະ​ສີ​ກຳ​ຮອບ​ດ້ານ ແລະ ຍືນ​ຍົງ, ຮ່ວມ​ສຳ​ພັນ​ກັບ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຫງວຽນ​ຊວນ​ເກືອງ​. ທ່ານໃຫ້​ຮູ້​ວ່າ : ແຕ່ຫຼາຍ​ປີມານີ້, ຫວຽດ​ນາມ​ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂໍ້​ລິ​ເລີ່ມ : “ ວິ​ໄສ​ທັດ​ໃໝ່​ໃນ​ກະ​ສີ​ກຳ ”. ຫວຽດ​ນາມ​ໄດ້​ເລີ່ມ​ເຂົ້າ ​ຮ່ວມຂໍ້​ລິ​ເລີ່ມນີ້​ນັບ​ແຕ່​ປີ 2010 ໂດຍ​ຜ່ານ​ການ​ເຊື່ອມ​ຈອດ​ການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຄື: ລັດ, ວິ​ສາ​ຫະ​ກິດ ປ​ລະ ຊາວ​ກະ​ສີ​ກອນ, ພິ​ເສດ​ແມ່ນ​ຜ່ານ​ຮູບ​ແບບ​ຄູ່​ຮ່ວມ​ມື​ພາກ​ລັດ-ເອ​ກະ​ຊົນ TPP. ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ​ກັບ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ໃນໄລ​ຍະ​ທີ່​ຈະ​ເຖິງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຫງວຽນ​ຊວນ​ເກືອງ​ໃຫ້​ຮູ້​ວ່າ ຫວຽດ​ນາມ​ມຸ່ງ​ໄປ​ສູ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກະ​ສີ​ກຳ​ຮອບ​ດ້ານ ແລະ ຍືນ​ຍົງ, ຮ່ວມ​ສຳ​ພັນ​ກັບ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top