• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີທີ່ຕັ້ງສຳຄັນສຳລັບບັນດາວິສາຫະກິດຍີ່ປຸ່ນ

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
​ຕ້ອນຮັບ​ຄະນະ​ກຳມະການ​ເສດຖະກິດ ຍີ່ປຸ່ນ - ຫວຽດນາມ
      ທີ່​ການ​ຕ້ອນຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 23/08 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ​ທ່ານ Takahashi Kyohei ​ແລະ ທ່ານ Nakamura Kuniharu ​ເປັນ​ປະທານ​ຮ່ວມ​ຄະນະ​ກຳມະການ​ເສດຖະກິດ ຍີ່ປຸ່ນ - ຫວຽດນາມ ຂຶ້ນ​ກັບສະຫະພັນ​ບັນດາ​ອົງການ​ເສດຖະກິດ ຍີ່ປຸ່ນ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ມາ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ເລີ່​ມປະຕິບັດ​ຂໍ້​ລິ​ເລີ່​ມຮ່ວມ ຫວຽດນາມ - ຍີ່ປຸ່ນ ​ໄລຍະ 6. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ສະໜັບສະໜູນ, ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເຂົ້າ​ມາລົງທຶນ, ​ທຳ​ມາ​ຄ້າ​ຂາຍ​​ຍາວ​ນານ ​ແລະ ປະສົບ​ຜົນສຳ​ເລັດ​ຢູ່ ຫວຽດນາມ. ບັນດາ​ໂຄງການ​ຂອງ ຍີ່ປຸ່ນ ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດ​ທິຜົນ ​ແລະ ​ເຂັ້ມ​ງວດ​ໂດຍ​ພື້ນຖານ. ທ່ານ​ນາຍົກລັດຖະມົນຕີຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ການ​ປະກອບສ່ວນ​ຂອງ​ສະຫະພັນ​ບັນດາ​ອົງການ​ເສດຖະກິດ ຍີ່ປຸ່ນ ຈະ​ສ້າງກະ​ແສ​ການ​ລົງທຶນ​ໃຫຍ່, ມີ​ຄຸນ​ນະພາ​ບກ່ວາອີກຈາ​ກ ຍີ່ປຸ່ນ ​​ເຂົ້າ ຫວຽດນາມ. ລັດຖະບານ ຫວຽດນາມ ປາດ​ຖະໜາ​ວ່າ: ກາ​ນຮ່ວມ​ມື​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່​ມຮ່ວມ ຫວຽດນາມ - ຍີ່ປຸ່ນ ຈະ​ໄດ້​ຮັບ​ການຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ແຂງ​ແຮງ​ກ່ວາ​ອີກ, ຖື​ຜົນສຳ​ເລັດ​ຂອງ​ບັນດາ​ນັກ​ລົງທຶນ ຍີ​່ປຸ່ນ ​ແມ່ນ​ຜົນສຳ​ເລັດ​ຂອງ ຫວຽດນາມ.
        ສ່ວນ​ທ່ານ Takahashi Kyohei ຕີ​ລາຄາ​ວ່າ: ຫວຽດນາມ ມີ​ທີ່​ຕັ້ງ​ສຳຄັນ​ທີ່​ສຸດ​ສຳລັບ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ແລະ ຖື​ວ່າ: ໝາກຜົນ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຕັ້ງໜ້າ​ຂອງ ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ. ​ເລື່ອງ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດຢູ່ ຫວຽດນາມ ​ສວນບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ.
        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ຄະນະ​ກຳມະການ​ເສດຖະກິດ ຍີ່ປຸ່ນ - ຫວຽດນາມ. ທ່ານປະທານ​ປະ​ເທ​ດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ກຳນົດ ຍີ່ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ, ປາດ​ຖະໜາ​ຢາກ​ພ້ອມ​ກັບ ຍີ່ປຸ່ນ ພັດທະນາ​ການ​ພົວພັນ​ອັນ​ດີງາມ​ນີ້​ໃຫ້​ຮອບດ້ານ ​ແລະ ​ແທດ​ຈິງ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ຢືນ​ຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ກັບ​ບັນດາ​ນັກ​ລົງທຶນ ຍີ່ປຸ່ນ.
        ສ່ວນ​ທ່ານ​ປະທານ​ຄະນະ​ກຳມະການ​ເສດຖະກິດ ຍີ່ປຸ່ນ - ຫວຽດນາມ Takahashi ຖື​ວ່າ: ຫວຽດນາມ ພວມຢູ່​ໃນ​ວິວັດ​ການ​ເຊື່ອມ​​ໂຍງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ດ້ວຍ​ການ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)…ຈະ​ນຳ​ມາ​ເຊິ່ງ​ໃຫ້​ກາລະ​ໂອກາດ​ໃໝ່​ຫລາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top