• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມານະພະຍາຍາມພ້ອມກັບບັນດາປະເທດກໍ່ສ້າງປະຊາຄົມອາຊຽນໃຫ້ໝັ້ນຄົງເຂັ້ມແຂງ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຂົ້າ​ຮ່ວມວາ​ລະ​ປະ​ຊ​ຸມ​ກ່ຽວ​ກັບ 
“ສີ​ສັນ​ຂະ​ແໜງປະ​ດິດສ້າງ​ອາ​ຊຽນ”
(ພາບ: TTXVN)
      ​ຕອນ​ບ່າຍ​ວັນ​ທີ 20/01, ໃນ​ຂອບ​ເຂດກອງ​ປະ​ຊຸມ​ WEF Davos, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຂົ້າ​ຮ່ວມ 2 ວາ​ລະ​ປະ​ຊ​ຸມ​ກ່ຽວ​ກັບ “ແບບ​ແຜນ​ອາ​ຊຽນ​ໃນ​ໂລກ​ຖືກ​ແບ່ງ​ອອກ” ແລະ “ສີ​ສັນ​ຂະ​ແໜງປະ​ດິດສ້າງ​ອາ​ຊຽນ”; ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖ​ະ​ກິດ (OECD) Angel Gurria ແ​ລະ ປະ​ທານ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຍີ່​ປຸ່ນ (JETRO) Hiroyuki Ishige. ທີ່​ບັນ​ດາ​ວາ​ລະ​ປະ​ຊຸ​ມ​ກ່​ຽວ​ກັບ​ອາ​ຊຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຖື​ວ່າ, ອາ​ຊຽນ ຕ້ອງ​ປະ​ຕິ​​ບັດ​ວິ​ວັດ​ການ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊຽນ, ຍາດ​ແຍ່ງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ (FTA) ໃຫ້​ເປັນ​ຢ່າ​ງ​ດີ ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ສ້າງ​ກາ​ລະ​ໂອ​ກາດ​ດຶງ​ດູດ​ການ​ລົງ​ທຶນ, ການ​ຄ້າ​ເຂົ້າ​ພາກ​ພື້ນ; ຢືນ​ຢັນ​ວ່າ, ຫວຽດນາມ ປະ​ກອບ​ສ່ວນ​ສຳ​ຄັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ, ມາ​ນະ​ພະ​ຍາ​ຍາມ​ພ້ອ​ມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃຫ້​ໝັ້​ນ​ຄົງ​ເຂັ້ມ​ແຂງ.
        ທີ່​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ທິ​ການ​ໃຫຍ່​ OECD, Angel Gurria, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ແບບ​ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ກະ​ສິ​ກຳ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ່ງ​ຂອງ​ດິນ​ຟ້າ​ອາ​ກາດ, ອຸດ​ສາ​ຫະ​ກຳ ເຕັກ​ໂນ​ໂລ​ສູງ…. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ OECD ສົມ​ທົບ​ກັນ ແລະ ໜູນ​ຊ່ວຍ​ຫວຽດ​ນາມ ຈັດ​ຕັ້ງ​ປີ APEC 2017.
        ທີ່​ການ​ຕ້ອນ​ຮັບ​ປ​ະ​ທານ JETRO, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ, JETRO ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃຫ້​ເລິກ​ເຊິ່ງ, ກວ້າງ​ຂວາງ​ລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ. ທ່ານປ​ະ​ທານ JETRO, Hiroyuki Ishige ​ໄດ້ແບ່ງ​ປັນ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ລະ​ຫວ່າງ 2 ປະ​ເທດກວ່າ​ອີກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top