• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຖືເປັນສຳຄັນການພົວພັນກັບ ສ.ເກົາຫຼີ

ໂດຍຮັບຄຳເຊີນຈາກລັດຖະບານ ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ໄດ້ເດີນທາງໄປໄປຢ້ຽມຢາມ ສ.ເກົາຫຼີແຕ່ວັນທີ 2 ຫາວັນທີ 6 ທັນວາ. ໃນຂອບເຂດການຢ້ຽມຢາມ, ວັນທີ 3 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີຈະດຳເນີນການພົບປະ, ຢ້ຽມຢາມຂັ້ນສູງ, ເພີີ່ມທະວີການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ.

    ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ຢືນຢັນວ່າ ລັດຖະບານຫວຽດນາມພ້ອມແລ້ວສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ ສ.ເກົາຫຼີ ເຂົ້າຮ່ວມໃນບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ວຍຂອບຂະໜາດໃຫຍ່ໂດຍຜ່ານຮູບແບບຮ່ວມມືພາກລັດ-ເອກະຊົນ(PPP).

    ສ່ວນ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak-Yon ຢືນຢັນລັດຖະບານ ສ.ເກົາຫຼີ ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແລະ ທ່ານເອງຈະຊີ້ນຳບັນດາກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດ, ນຳການຮ່ວມມືໃນບັນດາຂົງເຂດເຂົ້າສູ່ລວງເລິກ ແລະ ຍົກສາຍພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top