• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມດໍາເນີນການສົນທະນາດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກັບ ອີຢູ ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ

      ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານ ພົນໂທ ຫງວຽນຈີີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າ ແລະ ເປັນປະທານຮ່ວມກອງປະຊຸມປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ຄັ້ງທີ 1 ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ ຢູ່ ບຣຸກແຊນ, ປະເທດແບນຊິກ ໃນລະຫວ່າງວັນທີ 19 – 24 ພະຈິກ 2019.

ບັນດາຜູ້ແທນທີ່ກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ
(ພາບ: Vietnam+)
      ໃນກອງປະຊຸມປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງຫວຽດນາມ - ອີຢູ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ອີຢູ ກ່ຽວກັບການສ້າງຕັ້ງຂອບເຂດການຮ່ວມມືຂອງຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການ ຂອງ ອີຢູ (ສັນຍາ FPA) ທີ່ໄດ້ລົງນາມກັນໃນເດືອນ ຕຸລາ 2019 ຢ່າງມີປະສິດທິຜົນ, ແລກປ່ຽນກ່ຽວກັບບັນດາແງ່ຫວັງເມື່ອຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ, ເໝາະສົມກັບກໍາລັງຄວາມສາມາດ ແລະ ຄວາມຕ້ອງການຂອງ ຫວຽດນາມ. ອີຢູ ກໍຢັ້ງຢືນທັດສະນະສະໜັບສະໜູນສິດເສລີ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ, ການບິນ ຢູ່ ທະເລຕາເວັນອອກ ແລະ ໃຫ້ຮູ້ວ່າ ອີຢູ ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນພາກພື້ນ ອາຊີ - ປາຊີຟິກ ເພື່ອສັນຕິພາບ, ສະຖຽນລະພາບລວມຂອງແຕ່ລະພາກພື້ນ ແລະ ໃນໂລກ.
        ກ່ອນໜ້ານັ້ນ, ກ່າວຄໍາເຫັນທີ່ກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ ທີ່ດໍາເນີນໃນວັນທີ 21 ພະຈິກ, ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມເອົາໃຈໃສ່ຂອງຫວຽດນາມ ຕໍ່ບັນດາໜ້າທີ່ຝຶກແອບ, ບໍາລຸງສ້າງຂອງ ອີຢູ ຢູ່ບັນດາປະເທດ ອາຟະລິກາ; ຢັ້ງຢືນເຈດຕະນາດີຢາກຮ່ວມມືກັບ ອີຢູ ດ້ວຍຖານະເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງ ອີຢູໃນພື້ນຖານການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ, ພິເສດແມ່ນພາຍຫຼັງຫວຽດນາມ ແລະ ອີຢູ ໄດ້ລົງນາມໃນສັນຍາ FPA.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top