• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວິສາຫະກິດສອງຝ່າຍ ຍູ້ແຮງການເຊື່ອມໂຍງ, ການຮ່ວມມື, ການລົງທຶນ ແລະ ຜັນຂະຫຍາຍສາມຂົງເຂດການຮ່ວມມືຈຸດສຸມ ແລະ ບຸກທະລຸ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ ບຣາຊິນ

ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກ້ວາງ  2025, ຕອນບ່າຍວັນທີ 05 ກໍລະກົດ, ຢູ່ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ວິສາຫະກິດ ຫວຽດນາມ ບຣາຊິນ, ດ້ວຍການເຂົ້າຮ່ວມຂອງການນຳບັນດາກະຊວງ, ອົງການ ແລະ ຜູ້ແທນບັນດາກຸ່ມບໍລິສັດ ວິສາຫະກິດໃຫຍ່ຂອງສອງປະເທດກ່ວາ 80 ທ່ານ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວິສາຫະກິດສອງຝ່າຍ ຍູ້ແຮງການເຊື່ອມໂຍງ, ການຮ່ວມມື, ການລົງທຶນ ແລະ ຜັນຂະຫຍາຍສາມຂົງເຂດການຮ່ວມມືຈຸດສຸມ ແລະ ບຸກທະລຸ ລວມມີ: ກະສິກຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ໂທລະຄົມມະນາຄົມ, ການຂຸດຄົ້ນ, ປຸງແຕ່ງແຮ່ທາດ…

ພິເສດ, ໃນສະພາບການບຣາຊິນ ແລະ ຫວຽດນາມ ແມ່ນສອງປະເທດຜະລິດ ກາເຟໃຫຍ່ອັນດັບທີ ໜຶ່ງ ແລະ ທີສອງໃນໂລກ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນຂົງເຂດກາເຟ, ຊຸກຍູ້ສ້າງສະຫະພັນການຜະລິດ ແລະ ສົ່ງອອກກາເຟ, ຄົ້ນຄ້ວາການສ້າງຕະຫຼາດແລກປ່ຽນຄ້າຂາຍກາເຟ, ສ້າງເຄື່ອງໝາຍກາເຟຮ່ວມ ແລະ ຍົກລະດັບວັດທະນະທຳດື່ມກາເຟ ທີ່ຕິດພັນກັບວັດທະນະທຳສອງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top