• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ Luiz Inacio Lula da Silva

ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໃນນັ້ນມີການຄ້າປ້ອງກັນຊາດ, ການຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການຮ່ວມມືວິທະຍາສາດ ເຕັກໂນໂລຢີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva

ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກ້ວາງ  2025 ແລະ ການເຄື່ອນໄຫວສອງຝ່າຍ ຢູ່ບຣາຊິນ ໃນວັນທີ05 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva.

ໃນການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຂອບອົກຂອບໃຈ ບຣາຊິນ ໄດ້ສະໜັບສະໜູນ ຫວຽດນາມ ກາຍເປັນຄູ່ຮ່ວມມື BRICS, ທ່ານຢັ້ງຢືນວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມດ້ວຍຄວາມຮັບຜິດຊອບສູງທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງ, ປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມເພື່ອຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢ່າງຕັ້ງໜ້າ, ເສີມຂະຫຍາຍບົດບາດຂອງບັນດາປະເທດທາງທິດໃຕ້ ຢູ່ບັນດາລະບອບລະບຽບການຄຸ້ມຄອງທົ່ວໂລກ; ພ້ອມທັງສະແດງການສະໜັບສະໜູນ ແລະ ປະກອບສ່ວນຂອງ ຫວຽດນາມ ເຂົ້າຜົນສຳເລັດຂອງ BRICS ໃນອາຍຸການດຳລົງຕຳແໜ່ງປະທານຂອງບຣາຊິນ.

ກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໃນນັ້ນມີການຄ້າປ້ອງກັນຊາດ, ການຖ່າຍທອດເຕັກໂນໂລຢີ, ຊຸກຍູ້ການຮ່ວມມືວິທະຍາສາດ ເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຂຸດຄົ້ນ ແລະ ການຄ້າບໍ່ແຮ່, ethanol ແລະ ພະລັງງານ biomass, ຫັນເປັນດີຈີຕອນ, ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ຍຸຕິທຳ.

ໃນຂອບເຂດການເຄື່ອນໄຫວນີ້, ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ Galeao ຢູ່ນະຄອນ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖວາຍດອກໄມ້ເນື່ອງໂອກາດວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ຢູ່ປ້າຍລະນຶກໃສ່ຊື່ປະທານໂຮ່ຈີມິນ ຢູ່ນະຄອນ Rio de Janeiro.   

(ແຫຼ່ງຄັດຈາກ VOV)

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.

Top