• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່​ມວນ​ຊົນ ​ບຣາ​ຊິນ ເຊີດຊູ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ

ບົດຂຽນໃຫ້ຮູ້ວ່າ ການພົວພັນ ຫວຽດນາມ - ບຣາຊິນ ພວມຢູ່ໃນທ່າພັດທະນາຢ່າງແຮງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ໃຕ້ - ໃຕ້ ໃນໂລກຫຼາຍຂົ້ວ ແລະ ແກ້ງແຍ້ງກັນ.
ສື່ມວນຊົນ Novaresistencia (ພາບ: VGP )

ວັນທີ 05 ກໍລະກົດ, ສື່ມວນຊົນ Novaresistencia ຂອງບຣາຊິນ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ - ບຣາຊິນ: ເຊື່ອມຕໍ່ຍຸດທະສາດ, ກຳນົດທິດອະນາຄົດການຮ່ວມມືທົ່ວໂລກ”. ບົດຂຽນໄດ້ເອົາລົງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມາຢ້ຽມຢາມ ບຣາຊິນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025.

ບົດຂຽນໃຫ້ຮູ້ວ່າ ການພົວພັນ ຫວຽດນາມ - ບຣາຊິນ ພວມຢູ່ໃນທ່າພັດທະນາຢ່າງແຮງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ໃຕ້ - ໃຕ້ ໃນໂລກຫຼາຍຂົ້ວ ແລະ ແກ້ງແຍ້ງກັນ. ດ້ວຍຂີດໝາຍແມ່ນການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2024, ຫວຽດນາມ ແລະ ບຣາຊິນ ພວມເປີດສັງກາດໃໝ່ຂອງການພົວພັນຮອບດ້ານ, ໃນນັ້ນ ຫວຽດນາມ ແມ່ນດວງດາວພວມກະຈ່າງແຈ້ງຢູ່ ອາຊີ ດ້ວຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ກ້າວກະໂດດຂັ້ນ ແລະ ບົດບາດຂອງຍຸດທະສາດນີ້ນັບມື້ນັບສຳຄັນ.

ບົດຂຽນ ໄດ້ເນັ້ນໜັກວ່າ ວົງເງິນການຄ້າ ຫວຽດນາມ - ບຣາຊິນ ໄດ້ມີການເຕີບໂຕຢ່າງກະໂດດຂັ້ນແຕ່  1,5 ຕື້ USD ໃນປີ 2011 ຂຶ້ນເຖິງກ່ວາ 7,7 ຕື້ USD ໃນປີ 2024, ເພີ່ມຂຶ້ນທົບ  5 ເທື່ອໃນກ່ວາ ໜຶ່ງທົດສະວັດ. ການເຕີບໂຕນີ້ສ່ອງແສງໃຫ້ເຫັນລັກສະນະໜູນຊ່ວຍຍຸດທະສາດລະຫວ່າງສອງພື້ນຖານເສດຖະກິດເມື່ອ ຫວຽດນາມ ພວມປັບປຸງບົດບາດໃນລະບົບສະໜອງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.

Top