• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ອິນໂດເນເຊຍ

      ຕອນຄ່ຳວັນທີ 03 ພຶດສະພາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ, ອົງການຕາງໜ້າດ້ານການຄ້າຫວຽດນາມ ປະຈຳອິນໂດເນເຊຍ ຈັດລາຍການ “Roadshow” ແນະນຳ ແລະ ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ.

ລາຍການ “Roadshow”
(ພາບ: TTXVN)
      ລາຍການມີຊື່ວ່າ “ຄວາມປະທັບໃຈຫວຽດນາມ” ໄດ້ສະໜອງຂໍ້ມູນຂ່າວສານດ້ານການທ່ອງທ່ຽວຫວຽດນາມ ເປັນຈຳນວນຫຼາຍໃຫ້ແກ່ປະຊາຊົນ ແລະ ບັນດາບໍລິສັດທ່ອງທ່ຽວອິນໂດເນເຊຍ… ທ່ານນາງ ຫວຽນທິແທັງເຮືອງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ.
        “ອິນໂດເນເຊຍ ແມ່ນຕະຫຼາດທ່ອງທ່ຽວສຳຄັນຢູ່ພາກພື້ນ. ນັບມື້ນັບມີນັກທ່ອງທ່ຽວຫຼາຍຄົນເລືອກເອົາຫວຽດນາມ ແມ່ນຈຸດນັດພົບ. ໃນ 4 ເດືອນຕົ້ນປີ 2019, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວອິນໂດເນເຊຍ 36.500 ຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ດ້ວຍເລື່ອງເພີ່ມທະວີການເຊື່ອມຕໍ່ກັບບັນດາບໍລິສັດການບິນ ໄດ້ສ້າງຄວາມສະດວກໃຫ້ແກ່ການໄປມາລະຫວ່າງ 2 ປະເທດ, ພວກຂ້າພະເຈົ້າຫວັງວ່າ, ນັກທ່ອງທ່ຽວ ອິນໂດເນເຊຍ ມາຢ້ຽມຢາມຫວຽດນາມ ຈະເພີ່ມຂຶ້ນໃນໄລຍະຈະມາເຖິງ”.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top