• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ນະ​ໂຍ​ບາຍ​ການ​ເຈ​ລະ​ຈາ, ການ​ລົງ​ນາມສັນ​ຍາວ່າ​ດ້ວຍການຫຼີກ​ລ້ຽງ​ການ​ເກັບ​ພາ​ສີຊ້ອນ​ໃຫ້​ສົມ​ບູນ​ແບບ, ສອດ​ຄ່ອງ​ກັບທ່າ​ອ່ຽງ​​ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ

ທ່ານ ຟ້າມບິງມິງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫາກໍ່ໄດ້ລົງນາມ ຂໍ້ຕົກລົງ ອະນຸມັດແຜນຮ່າງ “ສຳຫຼວດກວດກາ, ຕີລາຄາປະສິດທິຜົນຂອງບັນດາສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ, ການກະທົບຂອງສັນຍາພາສີຕໍ່ນະໂຍບາຍພາສີຂອງ ຫວຽດນາມ ແລະ ກຳນົດທິດດັດປັບ.
ພາບປະກອບ: TTXVN

ແຜນຮ່າງແມ່ນເພື່ອແນໃສ່ສ້າງນະໂຍບາຍການເຈລະຈາ, ການລົງນາມສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນໃຫ້ສົມບູນແບບ, ສອດຄ່ອງກັບທ່າອ່ຽງພັດທະນາເສດຖະກິດ ຫວຽດນາມ, ເຂົ້າເຖິງມາດຕະຖານທີ່ກ້າວໜ້າຂອງສາກົນ ແລະ ສອດຄ່ອງກັບບັນດາຄຳໝັ້ນສັນຍາສາກົນ, ຮັບປະກັນຄວາມຄົບຊຸດ, ສະເໝີຕົ້ນສະເໝີປາຍ, ເປີດເຜີຍໂປ່ງໃສ.

ແຜນຮ່າງໄດ້ສຸມໃສ່ຄົ້ນຄ້ວາກ່ຽວກັບ ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນຂອງ ຫວຽດນາມ ແລະ ການກະທົບຂອງສັນຍາທີ່ມີຕໍ່ນະໂຍບາຍພາສີຂອງ ຫວຽດນາມ. ແຜນຮ່າງໄດ້ຄົ້ນຄ້ວາ, ຕີລາຄາປະສິດທິຜົນຂອງນະໂຍບາຍການເຈລະຈາ ສັນຍາຂອງ ຫວຽດນາມ ແລະ ທົ່ວລະບົບສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນເຊິ່ງ ຫວຽດນາມ ໄດ້ລົງນາມນັບແຕ່ໄລຍະປີ 1992 ມາຮອດປະຈຸບັນ ແລະ ສະເໜີຍຸດທະສາດການເຈລະຈາ ສັນຍາພາສີຂອງ ຫວຽດນາມ ໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ທຳນຽມສາກົນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top