• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ - ອາເມລິກາໄລຍະຫຼັງ Covid – 19

      ເຂົ້າຮ່ວມກອງປະຊຸມມີບັນດານັກແຈກຢາຍ, ນັກນຳເຂົ້າເກີບອາເມລິກາ ແລະ ບັນດາອົງການ, ສຳນັກງານ, ວິສາຫະກິດຫວຽດນາມທີ່ມາຈາກ 6 ແຂວງນະຄອນຂອງຫວຽດນາມ.

ພາບປະກອບ: vtv.vn
      ກອງປະຊຸມແລກປ່ຽນການຄ້າທາງອອນລາຍດ້ວຍຫົວຂໍ້ “ສົ່ງເສີມການຄ້າເກີບຫວຽດນາມ - ອາເມລິກາໄລຍະຫຼັງ Covid - 19” ໂດຍບັນດາເຈົ້າໜ້າທີ່ຮັບຜິດຊອບຂອງອາເມລິກາ ແລະ ຫວຽດນາມ ຈັດຕັ້ງໃນວັນທີ 27 ພຶດສະພາ, ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ເກີດຫວຽດນາມຊອກຮູ້ສະພາບການ, ທ່າອ່ຽງ ແລະ ໂອກາດການຕະຫຼາດ, ຊຸກຍູ້ການສົ່ງອອກເກີບໄປຍັງຕະຫຼາດອາເມລິກາ ໃນສະພາບທີ່ເກີດໂລກລະບາດ ແລະ ໄລຍະຫຼັງໂລກລະບາດ. ເຂົ້າຮ່ວມກອງປະຊຸມມີບັນດານັກແຈກຢາຍ, ນັກນຳເຂົ້າເກີບອາເມລິກາ ແລະ ບັນດາອົງການ, ສຳນັກງານ, ວິສາຫະກິດຫວຽດນາມທີ່ມາຈາກ 6 ແຂວງນະຄອນຂອງຫວຽດນາມ.
        ທີ່ກອງປະຊຸມ, ບັນດານັກຊ່ຽວຊານອາເມລິກາ ແລະ ຫວຽດນາມ ໄດ້ອັບເດດຂໍ້ມູນຂ່າວສານໃໝ່ຫຼ້າສຸດກ່ຽວກັບສະພາບການຕະຫຼາດເກີບອາເມລິກາ, ຕີລາຄາການກະທົບຂອງ Covid – 19 ທີ່ມີຕໍ່ຕະຫຼາດ ແລະ ຄວາມເປັນໄປໄດ້, ທ່າອ່ຽງພັດທະນາຂອງຕະຫຼາດໃນໄລຍະຈະມາເຖິງ, ນັກສະໜອງຫວຽດນາມຄວນກຳນົດໄດ້ ພາກສ່ວນເຕີບໂຕຕ່າງໆຢູ່ຕະຫຼາດອາເມລິກາເພື່ອລົງທຶນໃຫ້ແກ່ການຜະລິດ, ມາດຕະການເພື່ອໃຫ້ນັກສະໜອງຫວຽດນາມຍົກສູງຄວາມສາມາດແກ້ງແຍ້ງຢູ່ຕະຫຼາດເກີບອາເມລິກາ, ວິທີການສຳຜັດຕະຫຼາດ ແລະ ສະເໜີແນະກ່ຽວກັບຍຸດທະສາດໃໝ່ໃຫ້ແກ່ວິສາຫະກິດເກີບຫວຽດນາມ ເພື່ອພັດທະນາຢູ່ຕະຫຼາດອາເມລິກາ ໃຫ້ມີປະສິດທິຜົນກ່ວາ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top