• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ສາ​ກົນ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ ເສດ​ຖະ​ກິດ ຫວຽດ​ນາມ ປີ 2021

ຫວຽດນາມ ໄດ້ສຳເລັດບາງຄາດໝາຍເສດຖະກິດໃນປີ 2021 ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກໂລກລະບາດໂຄວິດ - 19, ກາຍເປັນໜຶ່ງໃນ 20 ພື້ນຖານເສດຖະກິດແຖວໜ້າໂລກ ກ່ຽວກັບການຄ້າສາກົນ. ນີ້ແມ່ນຂໍ້ສັງເກດ ທີ່ໄດ້ຍົກອອກໃນບົດຂຽນ ໂດຍສຳນັກຂ່າວສານ Bernama ຂອງ ມາເລເຊຍເອົາລົງຫວ່າງມໍ່ໆມານີ້.
ພາບປະກອບ: ວາລະສານການເງິນ

ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ຫັນຍຸດທະສາດ ຈາກ “Zero ໂຄວິດ” ໄປສູ່ການຮັມມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຊ່ວຍຮັກສາການເຄື່ອນໄຫວດ້ານເສດຖະກິດ.

ເພື່ອໃຫ້ມີພື້ນຖານມະຫາພາກຢ່າງໝັ້ນແກ່ນ, ລັດຖະບານໄດ້ຍົກອອກບັນດາການໜູນຊ່ວຍທີ່ບໍ່ເຄີຍມີມາກ່ອນ ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ພ້ອມທັງປະຕິບັດການປັບປຸງນະໂຍບາຍຢ່າງທັນການ. ແຕ່ລະທ້ອງຖິ່ນ ກໍ່ນຳໃຊ້ບັນດາວິທີການສະເພາະ ໃນການປະຕິບັດບັນດານະໂຍບາຍ ແລະ ແຜນນະໂຍບາຍຂອງ ລັດຖະບານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ. ບັນດານະໂຍບາຍ ແລະ ຍຸດທະສາດ ຄືແນວນີ້ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີ ຕໍ່ລັດຖະບານ, ພ້ອມທັງ ສົ່ງເສີມປະຊາຊົນຮ່ວມແຮງຮ່ວມໃຈສະກັດກັ້ນໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ.

ສຳນັກຂ່າວສານ Bernama ຊີ້ແຈ້ງວ່າ ວົງເງິນການຄ້າຕ່າງປະເທດ ລື່ນກາຍລະດັບ 660 ຕື້ USD, ເພີ່ມຂຶ້ນ 21% ເມື່ອທຽບໃສ່ກັບ ເກີນດຸນການຄ້າ ປະມານ 2,1ຕື້ USD. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ລົງທຶນຢູ່ ຫວຽດນາມ ບັນລຸໄດ້ກ່ວາ 29 ຕື້ USD, ເພີ່ມຂຶ້ນເກືອບ 500 ລ້ານ USD ເມື່ອທຽບໃສ່ກັບປີ 2020. GDP ໃນປີ 2021 ຄາດວ່າຈະເພີ່ມຂຶ້ນ 2,58% ເມື່ອທຽບໃສ່ກັບປີ 2020.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top