• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ບຸລິມະສິດຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງ


(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)
      ​ໃນວາ​ລະ​ປະ​ຊຸມ​ຂ່າ​ວ​ນັດ​ສາ​ມັນຂອງ​ກະ​ຊວງກ​ານ​ຕ່າງ​ປະ​ເທດ, ຕອນ​ບ່າຍ​ວັນ​ທີ 12/01, ຢູ່​ຮ່າ​ໂນ້ຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ໄດ້​ແຈ​້ງ​ໃຫ້​ຊາບ​ບັນ​ດາ​ຜົນ​ງານ​ດ້ານ​ການ​ທູດ​ຂອງ​ຫວຽດ​ນາມ​ ໃນ​ປີ 2016 ແລະ ການ​ເຄື່ອນ​ໄຫວ​ບາງ​ຢ່າງ​ພົ້ນ​ເດັ່ນ​ໃນ​ປີ 2017. ທ່ານ​ ເລ​ຫາຍ​ບິ່ງ ໃຫ້​ຮູ້​ວ່າ, ປີ 2016 ແມ່ນ​ປີ​ທີ່​​ຫວຽດ​ນາມ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ ແລະ ບັນ​ລຸ​ຜົນ​ສຳ​ເລັດ. ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ດ້ານ​ການ​ເມືອງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ.
        ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຫາຍ​ບິ່ງ ເນ​ັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົົ້າ​ກັບ​ສາ​ກົນ​ຢ່າງ​ຮອ​ບ​ດ້ານ ແລະ ເລິກ​ເຊິ່ງ, ​ນຳ​ຫວຽດ​ນາມ ​ນັບ​ມື້​ນັບ​ພັດ​ທະ​ນາ​​ ແລະ ຕິດ​ພັນພ້ອມ​ກັບ​ໂລກ. ຫວຽດ​ນາມ ຢາກ​ໂຄ​ສະ​ນາ​ເຖິງ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ, ສວຍ​ງາມ, ເປັນ​ສະ​ຖານ​ທີ່​ດຶງ​ດູດ​ການ​ລົງ​ທຶນ, ດຳ​ເນີນ​ທ​ຸ​ລະ​ກິດ ແລະ ທ່ອ​ງ​ທ່ຽວ. ໃນ​ປີ 2017, ເຫດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ ແມ່ນ​ປະ​ເທດ​ເຈ​ົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (APEC).
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top