• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມຢູ່ຕ່າງປະເທດ


(ພິທີ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ
ພັກ​ກອມ​ມູນິດ ຫວຽດນາມຢູ່​ລັດ​ເຊຍ)
      ວັນ​ທີ 03/02 ສະຖານ​ທູດ ຫວຽດນາມ ປະຈຳ Algeria ​ແລະ ບັນດາ​ອົງການ​ຄຽງ​ຂ້າງ​ສະຖານທູດ ຈັດ​ຕັ້ງພິທີ​​ໂຮມ​ຊຸມນຸມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (03/02/1930 – 03/02/2016). ທີ່​ພິທີ, ທ່ານ ຫວູ​ເທ໋ຮ້ຽບ ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ Algeria ຢືນຢັນ​ວ່າ: ​ໃນ 86 ປີ​ແຫ່ງ​ວັນ​ການສ​້າງຕັ້ງ ​ແລະ ​ເຕີບ​ໃຫຍ່​, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຊີ້​ນຳ​ນຳພາ​ປະຊາຊົນ ຫວຽດນາມ ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ການທ້າ​ທາຍ, ນຳ​ປະ​ເທດ​ຊາດຫລຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ​ອຶດຫິວ, ດ້ອຍ​ພັດທະນາ ​ແລະ ມີ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳຄັນ​​ໃນ​ພາກ​ພື້ນ ​ແລະ ​ໂລກ.
        ​ແລະ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ ​ເຊິ​່ງດຳ​ເນີນຢູ່​ນະຄອນຫລວງ Cairo, ທ່ານ ​ໂດ​ຮ່ວາງ​ລອງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ​້ປະກາດ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ, ພ້ອມ​ທັງ ສະ​ແດງ​ຄວາມ​ຫວັງ​ວ່າ: ​ເຫດການ​ນີ້ ຈະ​ນຳ​ເອົາ​ກຳລັງ​ຕໍ່ສູ້​ໃໝ່​ມາ​ໃຫ້ພັກ, ນຳ​ປະ​ເທດ​ຊາດ ຫວຽດນາມ ພັດທະນາ​ຢ່າງວ່ອງ​ໄວ, ​ເຂັ້ມ​ແຂງ ​ແລະ ໝັ້ນ​ຄົງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຮຽກຮ້ອງພະນັກງານ, ພາລະ​ກອນ​ສະຖານທູດທັງ​ໝົດ ​ແລະ ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ທີ່ ພວມ​ປະຕິບັດ​ງານ​ຢູ່ ອີ​ຢິບ ສືບ​ຕໍ່ສູ້​ຊົນ​ສຳ​ເລັກ​ໜ້າ​ທີ່ ຊຶ່ງ​​ພັກ ​ແລະ ລັດ ​ໄດ້ມອບ​ໃຫ້​ເປັນ​ຢ່າງ​ດີ, ກໍ່ສ້າງກຸ່ມ​ກ້ອນ​ອົງການ​ສຳ​ນັກງານ ​ແລະ ປະຊາ​ຄົມ​ໃຫ້​ມີ​ຄວາມ​ສາມັກ​ຄີ, ກ້າວໜ້າ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢິບ ​ໃຫ້ນັບ​ມື້​ນັບ​ພັດທະນາ.
        ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ທີ່​ດຳ​ເນີນ​ຢູ່​ນະຄອນຫລວງ Berlin ປະ​ເທດ ​ເຢຍລະ​ມັນ, ທ່ານ ດ່ວານຊວນ​ຮຶງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ໄດ້​ເຜີຍ​ແຜ່​ບາງ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ແລະ ​ເນື້​ອ​ໃນ​ມະຕິ​ກອງ​ປະຊຸ​ມ​ໃຫຍ່​ເຖິງ​ບັນດາ​ສະມາຊິກ​ພັກ. ທ່ານ​ເອກ​ອັກຄະ​ລັດຖະທູດ​​ໃຫ້​ຮູ້​ວ່າ: ບັນດາ​ເອກະສານ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ລ້ວນ​ແຕ່​ໄດ້​ຮັບການ​ຮັບຮອງ​ເອົາ ດ້ວຍ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບ​ສູງ​ສຸດຂອງ​ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ​ແລະ ຖືກ​ກັບຂັ້ນ​ຕອນ​ເລືອ​ກຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາທິການ…
        ພິທີ​ສະ​ເຫຼີ​ມສະຫຼອງ 86 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ ກໍ່​ດຳ​ເນີນ​ໄປ​ຢູ່​ ​ເຊັກ​ໂກ ​ແລະ ລັດ​ເຊຍ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top