• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຖັນແຖວບັນດານັກຄົ້ນຄ້ວາວັດທະນະທຳ ວັນນະຄະດີພື້ນເມືອງໃນທົ່ວປະເທດບັນລຸໄດ້ໃນ 50 ປີຜ່ານມາ.

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີ ພື້ນເມືອງ ຫວຽດນາມ 
      ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີ ພື້ນເມືອງ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຖັນແຖວບັນດານັກຄົ້ນຄ້ວາວັດທະນະທຳ ວັນນະຄະດີພື້ນເມືອງໃນທົ່ວປະເທດບັນລຸໄດ້ໃນ 50 ປີຜ່ານມາ. ທ່ານນາງຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ ຄວນເອົາໃຈໃສ່, ສົ່ງເສີມສະມາຊິກສະມາຄົມມານະພະຍາຍາມປະກອບສ່ວນ ໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຂອງຊາດໃຫ້ຫຼາຍກ່ວາອີກ:
        “ສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ ຄວນຕັ້ງໜ້າ, ເປັນເຈົ້າການຫັນຈຸດສຸມຈາກການຄົ້ນຄ້ວາ, ສະສົມ ໄປສູ່ການຄົ້ນຄ້ວາມີຄຸນນະພາບສູງ, ນຳໃຊ້ບັນດາທິດສະດີໃໝ່, ບັນດາວິທີການຄົ້ນຄ້ວາໃໝ່ເຂົ້າໃນພຶດຕິກຳຕົວຈິງ ເພື່ອສ້າງບັນດາກິດຈະກຳມີມູນຄ່າສູງກ່ວາກ່ຽວກັບວິທະຍາສາດ ແລະ ລັກສະນະມະນຸດສາດຢ່າງເລິກເຊິ່ງ. ພ້ອມທັງ, ສືບຕໍ່ສະສົມບັນດາຄຸນຄ່າວັດທະນະທຳ - ວັນນະຄະດີພື້ນເມືອງ, ສູ້ຊົນປັບປຸງກິດຈະກຳກ່ຽວກັບມໍລະດົກວັດທະນາທຳພື້ນເມືອງຂອງ 54 ຊົນເຜົ່າອ້າຍນ້ອງຢູ່ປະເທດເຮົາ. ສະມາຄົມຄວນສືບຕໍ່ສູ້ຊົນເພື່ອກາຍເປັນກຳລັງຫຼັກແຫຼ່ງ, ນຳໜ້າໃນພາລະກິດສ້າງຖັນແຖວນັກຄົ້ນຄ້ວາກ່ຽວກັບວັດທະນະທຳ ວັນນະຄະດີພື້ນເມືອງຂອງທົ່ວປະເທຢ່າງແທດຈິງ, ເຮັດແນວໃດເພື່ອໃຫ້ແຕ່ລະກິດຈະກຳ ສ່ອງແສງບັນດາຄຸນຄ່າວັດທະນະທຳດ້ານຈິດວິນຍານຂອງຊາດໃຫ້ແທດຈິງທີ່ສຸດ.”
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top