• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫນີຕົວປື້ມພາບກ່ຽວກັບ ເຈື່ອງຊາ

ວັນທີ 12 ມີນາຢູ່ ຮ່າໂນ້ຍ, ໂຮງພິມຈຳຫນ່າຍ ກີມດົງ ໄດ້ຈັດພິທີສະເຫນີຕົວ ປື້ມພາບ “ເຈື່ອງຊາ - ບ່ອນທີ່ເຮົາມາ” ຂອງນັກຂ່າວ ຫງວຽນໝີຈາ ຊື່ງແມ່ນນັກຂ່າວຂອງພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ. 

ນັກຂ່າວ ໝີຈາ ໂອ້ລົມກັບແຂກຖືກເຊີນ

ປື້ມພາບຫົວນີ້ມີພາບຖ່າຍເກືອບ 150 ແຜ່ນ, ຫນາ ກວ່າ 150 ຫນ້າ ແມ່ນວາດພາບຄວາມງາມຂອງທິວທັດທຳມະຊາດຢູ່ ເຈື່ອງຊາ, ການດຳລົງຊີວິດທີ່ປະສົບກັບຄວາມຫຍຸ້ງຍາກຂອງບັນດານັກຮົບຢູ່ ເຈື່ອງຊາ, ອາລົມຈິດຄວາມຮູ້ສຶກ ແລະ ຄວາມຄິດຮອດຄິດເຖິງພໍ່ແມ່ພີ່ນ້ອງຢູ່ເຂດດິນຕໍ່ແຜ່ນຂອງບັນດານັກຮົບພວມປະຕິບັດຫນ້າທີ່ຢູ່ ເຈື່ອງຊາ. ນັກຂ່າວ ຫງວຽນໝີຈາ ໃຫ້ຮູ້ວ່າ:

        “ຜ່ານປື້ມພາບນີ້ ຂ້າພະເຈົ້າຢາກແຜ່ຂະຫຍາຍຄວາມຮັກຕໍ່ເຂດທະເລໝູ່ເກາະເຖິງທຸກຄົນ. ເມື່ອໄດ້ໄປຢ້ຽມຢາມເກາະເຈື່ອງຊາ, ຂ້າພະເຈົ້າເອງມີຄວາມຮູ້ສຶກພິເສດທີ່ສຸດ ແລະ ຢາກເຮັດສິ່ງໃດຫນຶ່ງທີ່ຍິ່ງໃຫຍ່ກວ່າ.”

ເມື່ອຕີລາຄາກ່ຽວກັບປື້ມພາບດັ່ງກ່າວ, ນັກຖ່າຍຮູບ, ນັກຄົ້ນຄ້ວາທິດສະດີ ນັກວິຈານ ຫວູຮ່ວຽນ ໃຫ້ຮູ້ວ່າ: ນີ້ແມ່ນປື້ມພາບ ເຈື່ອງຊາ ຫົວທຳອິດໂດຍຜູ້ປະຕິບັດແມ່ນເພດຍິງ. ພາບປື້ມໄດ້ຮັບການຮຽບຮຽງຕາມວິທີໃຫມ່, ທັນສະໄຫມ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ.

Top