• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ເວືອງດິ່ງເຫວ້ ໄດ້ຮັບເລືອກເປັນ ປະທານ ສະພາ ແຫ່ງ ຊາດ ດ້ວຍຄະແນນສຽງ 98,54%

      ຕອນເຊົ້າວັນທີ 31 ມີນາ, ທີ່ສຳນັກງານສະພາແຫ່ງຊາດ, ພາຍໃຕ້ການຊີ້ນໍາບໍລິຫານ ຂອງ ສະຫາຍນາງ ຫງວຽນທິກີມ ເງິນ, ສະພາແຫ່ງຊາດຊຸດທີ  XIV ໄດ້ເລືອກສະຫາຍ ເວືອງ ດິ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະ ພັກນະ ຄອນ ຮ່າໂນ້ຍ ເປັນປະທານສະພາແຫ່ງຊາດ ສສ ຫວຽດ ນາມ, ປະທານສະພາເລືອກຕັ້ງແຫ່ງຊາດ. 

ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳສາບານຮັບ ຕຳແໜ່ງ. ພາບ: ເຢືອງຢາງ/VNA
 
      ຕາງໜ້າຄະນະກຳມະການປະຈຳສະພາແຫ່ງຊາດ, ສະຫາຍ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າ ຫ້ອງວ່າການ ສະພາແຫ່ງຊາດ ໄດ້ອ່ານຮ່າງມະຕິ ເລືອກຕັ້ງ ປະທານສະພາແຫ່ງຊາດ ສສ ຫວຽດນາມ, ປະທານ ສະພາ ເລືອກຕັ້ງແຫ່ງຊາດ ດ້ວຍຮູບການປ່ອນບັດລັບ, ສະພາແຫ່ງ ຊາດ ໄດ້ດຳເນີນການເລືອກຕັ້ງປະທານສະພາແຫ່ງຊາດ, ປະ ທານສະພາເລືອກຕັ້ງແຫ່ງຊາດ.
      ຜົນການນັບບັດ ມີຜູ້ແທນ 473/473 ສະຫາຍ ມີໜ້າ ລົງຄະ ແນນ ດ້ວຍຄະແນນສຽງເຫັນດີ 98,54% ຜູ້ແທນສະພາແຫ່ງ ຊາດທັງໝົດ, ເລືອກສະຫາຍ ເວືອງດິ່ງເຫວ້, ກຳມະການກົມ ການ ເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ດໍາລົງຕຳ ແໜ່ງ ປະທານສະພາແຫ່ງຊາດ ສສ ຫວຽດນາມ, ປະທານ ສະພາເລືອກ ຕັ້ງແຫ່ງຊາດ.
      ໂດຍ: VNA/VNP

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top