• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພັນໃຫຍ່ແຮງງານ ຫວຽດນາມ ເບີກຈ່າຍເງິນກວ່າ 113 ຕື້ດົ່ງ ເພື່ອໜູນຊ່ວຍຊາວຜູ້ອອກແຮງງານທີ່ຖືກຜົນກະທົບຈາກການແຜ່ລະບາດໂຄວິດ - 19 ຮອບທີ 4

      ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ.
ທ່ານນາງ ເຈິ່ນທິຢ້ຽວຖຸ໊ຍ ປະທານສະຫະພັນແຮງງານນະຄອນ ໂຮ່ຈີມິນ ມອບເງິນໜູນຊ່ວຍຈຳນວນເງິນ 1 ຕື້ດົ່ງ ແກ່ກອງທຶນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ  (ພາບ: congdoan.vn)
      ຕໍ່ໜ້າຜົນກະທົບຢ່າງໃຫຍ່ຫຼວງຈາກການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບທີ 4, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ, ເບີກຈ່າຍກວ່າ 17 ຕື້ດົ່ງ ເພື່ອຊ່ວຍໜູນບັນດາກຳລັງປະຕິບັດໜ້າທີ່ຕ້ານໂລກລະບາດຢູ່ແນວໜ້າ.
            ກ່ອນໜ້ານັ້ນ, ໃນການແຜ່ລະບາດໂຄວິດ - 19 ຮອບທີ 3 ມີສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 255.000 ຄົນ ໄດ້ຮັບການຊ່ວຍໜູນ ດ້ວຍຈຳນວນເງິນກວ່າ 176 ຕື້ດົ່ງ.  
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top