• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມນັກຮົບເກົ່າຫວຽດນາມປະກອບສ່ວນປຸກລຸກນ້ຳໃຈຮັກຊາດ, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ


ທ່ານ​ ຫງວຽນ​ທ້ຽນ​ເຍີນ ເຮັດ​ວຽກ​ກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ
(ພາບ: daidoanket.vn)
      ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ​ປະ​ກອບ​ສ່ວນ​ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະ​ທານຄະ​ນະ​ກຳ​ມະ​ການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວ​ຽດ​ນາມ ຫງວຽນ​ທ້ຽນ​ເຍີນ ທີ່​ການ​ເຮັດ​ວຽກ​ກັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ໃນ​ຕອນ​ບ່າຍ​ວັນ​ທີ 09/03. ທ່ານ ຫງວຽນ​ທ້ຽນ​ເຍີນ ເນັ້ນ​ໜັກ​ວ່າ, ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ ແມ່ນ​ຊ່ອງ​ສຳ​ຄັນ​ໃນ​ການ​ຮັກ​ສາ​ການ​ພົວ​ພັນ, ແມ່ນ​ສາຍ​ເຊື່ອມ​ຕໍ່​​​ລະ​ຫວ່າງ​ປະ​ຊາ​ຊົນ 3 ປະ​ເທດ: ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ. ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ ແມ່ນ​ອົງ​ການ​ສະ​ມາ​ຊິກ​ສຳ​​ຄັນ, ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ໃນ​ໄລ​ຍະ​ຕໍ່​ໄປ​ໃຫ້​ເປັນ​ຢ່າງ​ດີ. ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ແມ່ນ​ແກ່ນ​ສານ​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ແນວ​ໂຮມ. ກ່ຽວ​ກັບ​ວຽກ​ງານ​ຕິດ​ຕາມກວດ​ກາ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະ​ໜາ​ວ່າ, ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຈະ​ແມ່ນ​ຂົວ​ຕໍ່​ຮັບ​ບັນ​ດ​າ​ຂໍ້​ມູນ​ສ່​ອງ​ແສງ​ການ​ຫຍ​ໍ້​ທ້​ໍ​ຂອງ​ປະ​ຊາ​ຊົນ​ເພື່ອ​ສົ່ງ​ເຖິງ​ແນວ​ໂຮມ​ປະ​ເທດ​ຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top