
(ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການຕິດຕາມກວດກາປີ 2019)
ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ); ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019; ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ).
ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2016. ທ່ານຫົວໜ້າກຳມາທິການການເງິນ, ງົບປະທານຂອງສະພາແຫ່ງຊາດ ຫງວຽນດຶກຫາຍ, ເນັ້ນໜັກວ່າ.“ຄຳເຫັນຂອງສະມາຊິກສະພາແຫ່ງຊາດສ່ວນຫຼາຍລ້ວນແຕ່ຖືວ່າ, ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງປີການເງິນ 2016 ຍ້ອນ GDP ບໍ່ບັນລຸແຜນການທີ່ໄດ້ວາງອອກ ສະນັ້ນໄດ້ສົ່ງຜົນສະທ້ອນເຖິງລາຍຮັບ, ລາຍຈ່າຍ ແລະ ຄວາມດຸ່ນດ່ຽງງົບປະມານແຫ່ງລັດ, ລັດຖະບານໄດ້ຕັດສິນໃຈຊີ້ນຳການບໍລິຫານ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການຜະລິດດຳເນີນທຸລະກິດ ແລະ ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນຊີວິດສັງຄົມ… ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກສະພາແຫ່ງຊາດກໍ່ຖືວ່າ ຍັງມີບາງບັນຫາຄົງຄ້າງ, ຈຳກັດ, ລັດຖະບານຄວນເອົາໃຈໃສ່ຊີ້ນຳການແກ້ໄຂ”.
ບົດລາຍງານອະພິປາຍ, ຮັບເອົາຄຳເຫັນ ແລະ ດັດປັບຮ່າງມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019, ໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາສູງສຸດກ່ຽວກັບໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດປີ 2018; ບົດລາຍງານກ່ຽວກັບການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2017; ສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2019 ແລະ ຮັບຟັງບັນດາບົດລາຍງານອື່ນໆຂອງບັນດາອົງການທີ່ກ່ຽວຂ້ອງຕາມຂໍ້ກຳນົດຂອງກົດໝາຍ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ດ້ວຍຄຳເຫັນສ່ວນຫຼາຍເຫັນດີ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2016; ມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019; ກົດໝາຍວ່າດ້ວຍການແກ່ງແຍ້ງ (ສະບັບປັບປຸງ); ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ແລະ ກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ).
(ແຫຼ່ງຄັດຈາກ VOV)