• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຟັງບົດລາຍງານອາຍຸການຂອງອົງການຍຸຕິທຳ


(ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ)

      ຕອນ​ບ່າຍ​ວັນ​ທີ 22/3, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ບົດ​ລາຍ​ງານ​​ວຽກງານອາຍຸ​ການຂອງ​ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ; ຫົວໜ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ; ​ແລະ ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ.
      ກ່າວ​ບົດ​ລາຍ​ງານວຽກງານອາຍຸ​ການ 2011-2016, ທ່ານ ​ເຈືອງ​ຮ່ວາ​ບິ່ງ, ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ ຢືນຢັນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ພິພາກສາ; ການ​ເພີ່ມ​ທະວີ​ພື້ນຖານ​ດ້ານ​ວັດຖຸ, ​ເງື່ອນ​ໄຂ​ເຮັດ​ວຽກ​ໃຫ້​ສານ​ຕ່າງໆ. ບົດ​ລາຍ​ງານ​ກໍ່​ຊີ້​ແຈ້ງ​ບັນດາ​ບົດຮຽນ, ປະສົບ​ການ​ໃນ​ອາຍຸ​ການ​ວຽກ​ງານ; ກຳນົດ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ລະບົບ​ສານ​ເຊິ່ງຄວນ​ສຸມ​ໃສ່​ປະຕິບັດ​ໃນ​ການ​ແກ້​ໄຂ, ພິພາກສາ, ຮັບປະກັນ​ຄວາມ​ຍຸຕິ​ທຳ, ສິດຂອງມະນຸດ, ສິດ​ພົນລະ​ເມືອງ; ປະຕິບັດ​ວຽກ​ງານ​ສຳ​ລຸງ​ສ້າງພະນັກງານ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ.
      ທ່ານ ຫງວຽນ​ຮ່ວາ​ບິ່ງ, ຫົວໜ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ກໍ່​ແຈ້ງ​ບົດ​ລາຍ​ງານວຽກງານອາຍຸ​ການ 2011-2016 ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ວຽກ​ງານ​ທຸກ​ດ້ານ. ​ໃນ​ອາຍຸ​ການ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ປະກາດ​ໃຊ້ 2000 ກວ່າ​ຂໍ້​ສະ​ເໜີ​ກັບ​ອົງການ​ສືບສວນ, ສະ​ເໜີ​ຕໍ່​ລັດຖະບານ, ກະຊວງ, ຂະ​ແໜງ​ການ​ຫຼາຍ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​ອາດ​ຊະ​ຍາ​ກຳ; ຍົກ​ສູງ​ຄຸນ​ນະພາ​ບການ​ຟ້ອງ​ຄະດີ; ​ແກ້​ໄຂ​ຫຼາຍ​ກໍລະນີ​ຮ້າຍ​ແຮງ​ພິ​ເສດ​ຢ່າງ​ເຄັ່ງ​ຄັດ. ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການສືບສວນ, ສັ່ງຟ້ອງ​ ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່, ຄະດີ​ເສດ​ຖະກິດ, ຕຳ​ແໜ່​ງ; ຮັບປະກັນ​ແກ້​ໄຂ​ຢ່າງ​ເຄັ່ງ​ຄັດ, ຖືກ​ຄົນ, ຖືກ​ໂທດ, ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ.
​          ແລະ​ກໍ່​ໃນ​ຕອນ​ບ່າຍ​ມື້​ນີ້, ທ່ານ ຫງວຽນ​ຮື້​ວວ້ານ, ຫົວອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ແຈ້ງ​ບົດ​ລາຍ​ງານ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ 2011-2016 ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top