• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງບົດລາຍງານວຽກງານອາຍຸການຊຸດທີ 13 ຂອງສະພາແຫ່ງຊາດ


ສສຊ ປະກອບຄຳເຫັນທີ່ສະພາແຫ່ງຊາດ 
(ພາບປະກອບ: baochinhphu.vn)

 
      ຕອນ​​ເຊົ້າ​ວັນ​ທີ 28/3, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ປຶກ​ສາ​ຫາລື​ຮ່າງ​ບົດ​ລາຍ​ງານ​ອາຍຸ​ການ​ຊຸດ​ທີ 13 ຂອງ​ສະພາ​ແຫ່ງ​ຊາດ. ທີ່​ວາລະ​ປຶ​ກສາ​ຫາລື, ຄຽງ​ຂ້າ​ງການ​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໃນ​ການ​ເຄື່ອນ​ໄຫວ​ສ້າງ​ລັດຖະທຳ​ມະນູນ, ສ້າງກົດໝາຍ, ຂໍ້​ຕົກລົງ​ບັນດາ​ບັນຫາ​ເສດຖະກິດ - ສັງຄົມ, ການ​ເຄື່ອນ​ໄຫວ​ຊັກ​ຖາມ ​ແລະ ຕອບ​ຄ​​ຳຊັກ​ຖາມ, ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ… ບັນດາ ສສຊ ກໍ​​ໄດ້​ປະກອບ​ຫຼາ​ຍຄຳ​ເຫັນ​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ຄຸນ​ນະພາ​ບຂອງການ​ສ້າງ​ກົດໝາຍ ​ແລະ ຄຸນ​ນະພາ​ບຂອງ ສສຊ. ອາຍຸ​ການ​ສະພາ​ແຫ່​ງຊາດ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ປະມວນ​ກົດໝາຍ​ກ່ວາ 100 ສະບັບ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ​​ໃນ​ທຸກ​ຂົງ​ເຂດ. ກ່ຽວ​ກັບ​ຄຸນ​ນະພາ​ບຂອງ ສສຊ, ສສຊ ບາງ​ທ່ານ​ຖື​ວ່າ: ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ​ຕາມ ​ແຕ່​ລັດ ​ແລະ ປະຊາຊົນ​ໄດ້​ສ້າ​ງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ ສສຊ ​ເຄື່ອນ​ໄຫວ. ທ່ານ ຫງວຽນ​ວັນ​ຕວຽດ, ສສຊ ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົາ, ສະ​ເໜີ​ວ່າ: ສະພາ​ແຫ່ງ​ຊາດ​ຄວນ​ເພີ່ມ​ຈຳນວນ ສສຊ ສະ​ເພາະ​ກິດ​ໃນ​ອາຍຸ​ການ​ຕໍ່​ໄປ:
        “​ເລື່ອງ​ເພີ່ມ​ຈຳນວນ ສສຊ ສະ​ເພາະ​ກິດ, ​ເພີ່ມ​ອັດຕາ ສສຊ ທີ່ມີ​ກຳລັງ​ຄວາມ​ສາມາດ, ມີລະດັບ​ຄວາ​ມຮູ້ ​ໄດ້​ປະ​ກອບ​ສ່ວນ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າ​ທີ່, ສິດ​ອຳນາດ​ຂອງ ສະພາ​ແຫ່​ງຊາດ. ສສຊ ສະ​ເພາະ​ກິດ​ກາຍ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ແກ່ນສານຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ສສຊຢ່າງ​ແທ​້ຈິງ.”
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top