• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມ

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 26 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບໝາກຜົນການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມປີ 2018 ແລະ 3 ປີແຫ່ງການປະຕິບັດແຜນການ 5 ປີໄລຍະ 2016 - 2020; ແຜນການພັດທະນາເສດຖະກິດ, ສັງຄົມປີ 2019.

ຕາມບົດລາຍງານຂອງລັດຖະບານ, ໃນຈຳນວນ 12 ຄາດໝາຍຂອງແຜນການພັດທະນາເສດຖະກິດ, ສັງຄົມ, ຄາດວ່າ ມີ 4 ຄາດໝາຍບັນລຸໄດ້ ແລະ 8 ຄາດໝາຍລື່ນກາຍແຜນການທີ່ໄດ້ວາງອອກ, ຄາດວ່າທັງປີ GDP ຈະລື່ນກາຍຄາດໝາຍ 6,7%. GDP ສະເລ່ຍຕໍ່ຫົວຄົນບັນລຸ 2,540 USD ໃນທ້າຍປີ 2018, ເພີ່ມຂຶ້ນທົບ 1,21 ເທົ່າ ເມື່ອທຽບໃສ່ປີ 2015. ເມື່ອປຶກສາຫາລືທີ່ຫໍປະຊຸມ, ທ່ານ ເຈິ່ນຈິກວ໋າງ, ສະມາຊິກສະພາແຫ່ງຊາດ ແຂວງດົ່ງທາບ, ຍົກອອກຄຳເຫັນວ່າ.

        “ບັນດາໝາກຜົນທາງດ້ານເສດຖະກິດ, ສັງຄົມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງຕໍ່ປະຊາຊົນໃນທົ່ວປະເທດ. ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ ໃນໄລຍະຜ່ານມາ. ໄປຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ຂ້າພະເຈົ້າຄິດວ່າຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ທີ່ພວມວາງອອກໃຫ້ແກ່ປະເທດຊາດຄື: ຄຸນນະພາບການເຕີບໂຕ, ພື້ນຖານເສດຖະກິດຍັງອີງໃສ່ທຶນຮອນ, ອີ່ງໃສ່ຊັບພະຍາກອນທຳມະຊາດ ແລະ ກຳລັງຜູ້ອອກແຮງງານ, ພື້ນຖານອຸດສາຫະກຳຍັງອີງໃສ່ການຜະລິດໃນເບື້ອງຕົ້ນ; ກະສິກຳຍັງບໍ່ທັນເສີມຂະຫຍາຍທ່າແຮງໄດ້ໝົດເທື່ອ. ຂ້າພະເຈົ້າສະເໜີສືບຕໍ່ແກ້ໄຂສິ່ງຕິດຂັດກ່ຽວກັບລະບອບລະບຽບການ, ແຫຼ່ງກຳລັງ, ພື້ນຖານໂຄງລ່າງໃນການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່”.

(ແຫຼ່ງຄັດຈາກ VOV)

 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top