• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ

      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 08 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ.

(ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ)
      ຜ່ານບັນດາຄຳເຫັນປຶກສາຫາລືຂອງສະມາຊິກສະພາແຫ່ງຊາດກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຊົນລະປະທານ, ຮ່າງກົດໝາຍໄດ້ຮັບການປັບປຸງຕາມທິດດັ່ງນີ້: ລັດລົງທຶນກໍ່ສ້າງກິດຈະກຳຊົນລະປະທານສຳຄັນພິເສດ, ກິດຈະກຳຊົນລະປະທານໃຫຍ່, ກິດຈະກຳຍາກທີ່ຈະລະດົມບັນດາແຫຼ່ງກຳລັງສັງຄົມ; ບັນດາກິດຈະກຳຮັບໃຊ້ການປ້ອງກັນ, ຕ້ານໄພທຳມະຊາດ… ຜູ້ນຳໃຊ້ຜະລິດຕະພັນ, ການບໍລິການຊົນລະປະທານຈະຮັບຜິດຊອບການລົງທຶນກໍ່ສ້າງກິດຈະກຳນ້ອຍ, ຊົນລະປະທານຢູ່ເຂດທົ່ງນາ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ເລື່ອງປັບປຸງຂໍ້ກຳນົດຄືແນວນັ້ນຈະຜັນຂະຫຍາຍໄດ້ບົດບາດເປັນເຈົ້າຂອງລັດ ໃນການຮັບປະກັນພື້ນຖານໂຄງລ່າງຊົນລະປະທານ ເພື່ອນຳປະເທດເຮົາໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນປີ 2020 ເທື່ອລະກ້າວ, ພ້ອມທັງຈະລະດົມແຫຼ່ງກຳລັງສັງຄົມໃຫ້ວຽກງານດັ່ງກ່າວໄດ້.
(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ ອາ​ເມ​ລິ​ກາ - ອີີ​ຣານ: ມີລູກ​ເຮືອກວ່າ 6.000 ຄົນ​ຍັງ​ຕິດຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz

ການ​ປະ​ທະ​ກັນ ອາ​ເມ​ລິ​ກາ - ອີີ​ຣານ: ມີລູກ​ເຮືອກວ່າ 6.000 ຄົນ​ຍັງ​ຕິດຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz

ກ່ຽວ​ກັບ​ຊ່ອງ​ແຄບ​ທະ​ເລ Hormuz, ອົງ​ການສິດທິ​ມະ​ນຸດ ​ຂຶ້ນ​ກັບ ​ສ​ປ​ຊ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ການ​ປະ​ທະ​ກັນ​ນີ້, ຊ່ວຍ​ອົບ​ພະ​ຍົບ ແລະ ພາ​ບັນ​ດາ​ລູກ​ເຮືອ 6.000 ຄົນທີ່​ພວມ​ຖືກ​ຕິດຄ້າງ​​ຢູ່​ນີ້ ​ກັບ​ເມືອ​ປະ​ເທດ​ໂດຍ​ດ່ວນ.

Top