• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການ ກຳປູເຈຍ ກ່ອນທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຢູ່ ກຳປູເຈຍ

      ວັນທີ 29 ກໍລະກົດ, ປະເທດ ກຳປູເຈຍ ຈະດຳເນີນການເລືອກຕັ້ງທີ່ສຳຄັນ. ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຢູ່ ກຳປູເຈຍ.
ດ້ວຍການເຂົ້າຮ່ວມຂອງ 20 ພັກການເມືອງ, ການເລືອກຕັ້ງຄັ້ງນີ້ ໄດ້ຮັບຖືວ່າ ແມ່ນການເລືອກຕັ້ງສະພາແຫ່ງຊາດທີ່ມີການເຂົ້າຮ່ວມຂອງພັກການເມືອງຫລາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ທ່ານ Chhim Phalvorun ທີ່ປຶກສາຂັ້ນສູງຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ກໍ່ຕີລາຄາວ່າ ການເລືອກຕັ້ງດຳເນີນໃນສະພາວະຊີວິດການເປັນຢູ່, ເສດຖະກິດ, ສັງຄົມ, ຄວາມສະຫງົບປອດໄພຂອງປະຊາຊົນ ຍາມໃດກໍ່ໄດ້ຮັບປະກັນ. ບັນດານັກລົງທຶນພາຍໃນປະເທດ ແລະ ສາກົນຍາມໃດກໍ່ເຊື່ອໝັ້ນຕໍ່ສະຖຽນລະພາບ ແລະ ການພັດທະນາຂອງ ກຳປູເຈຍ.
        ເມື່ອເຕື້ອງເຖິງໂຄງການດຳເນີນງານການເມືອງຂອງພັກປະຊາຊົນ ກຳປູເຈຍ ໃນການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 6 ນີ້, ທ່ານ Chhim Phalvorun ຖືວ່າ: ຈິດໃຈຂອງໂຄງການດຳເນີນງານການເມືອງແມ່ນປົກປັກຮັກສາສັນຕິພາບ, ຊຸກຍູ້ການພັດທະນາໃນທຸກດ້ານ. ສຳລັບບັນດາປະເທດໃນພາກພື້ນ ອາຊຽນ, ກຳປູເຈຍ ຈະເພີ່ມທະວີການປະກອບສ່ວນ, ສ້າງສັນຕິພາບໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top