• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ໃນໂລກ

      ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 13 ຕຸລາ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ມາຮອດປັດຈຸບັນ, ເປັນເວລາ 41ມື້ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີຜູ້ຕິດເຊື້ອພະຍາດ Covid -19 ໃໝ່ຕື່ມອີກໃນຊຸມຊົນ. ຫວຽດນາມ ກໍ່ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດ Covid - 19 ໃຫ້ຫາຍດີເປັນຈຳນວນ 1.025 ຄົນ/1.110 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ພາບປະກອບ: TTXVN 
      ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 12 ຕຸລາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ບໍລິສັດການບິນ Pacific Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສິງກະໂປ ປະຕິບັດ ຖ້ຽວບິນ 2 ຖ້ຽວເພື່ອນຳ ພົນລະເມືອງ ຫວຽດນາມ 360 ຄົນຈາກສິງກະໂປ ກັບມາ ປະເທດ. ພາຍຫຼັງລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ, ຜູ້ໂດຍສານທັງໝົດໃນບັນດາຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
            ໃນຂະນະນັ້ນ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 13 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 38 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.085.092 ຄົນ. ອາເມລິກາສືບຕໍ່ແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນ 8.037.757 ຄົນ ແລະ ຜູ້ເສຍຊີວິດ 220.011 ຄົນ. ຖັດຈາກ ອາເມລິກາແມ່ນ ບຣາຊິນ, ອິນເດຍ, ເມັກຊີໂກ ແລະ ອັງກິດ.
            ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍ, ທ່ານ Tedros Adhanom Ghereyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ໄດ້ຄັດຄ້ານບັນດາຂໍ້ສະເໜີຂອງຜູ້ຄົນຈຳນວນໜຶ່ງ ເມື່ອປະໃຫ້ໂລກລະບາດ Covid - 19 ແຜ່ລະບາດໃນວົງກ້ວາງ ດ້ວຍຄວາມຫວັງຈະສາມາດ ຕ້ານທານພະຍາດໃນຊຸມຊົນ, ແລະ ຖືວ່າ ສິ່ງນີ້ແມ່ນຝືນກັບຫຼັກຄຸນສົມບັດ.
(ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top