• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖາບັນປົກຄອງແຫ່ງຊາດຫວຽດນາມຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວ 2018

ຕອນເຊົ້າວັນທີ 10 ເມສາ, ສະຖາບັນການປົກຄອງແຫ່ງຊາດຫວຽດນາມໄດ້ຈັດຕັ້ງ ພິທີຕ້ອນຮັບບຸນປີໃໝ່ລາວ 2018 ໃຫ້ແກ່ສຳມະນາກອນ ແລະນັກສຶກສາລາວທີ່ພວມສືກສາຮ່ຳຮຽນຢູ່ສະຖາບັນຂຶ້ນ ຢ່າງສົມກຽດ ແລະ ອົບອຸ່ນ.


ພິທີບາສີສູ່ຂວັນ

(ພາບ: ເຈິນຕວນ/VOV5) 

ເຂົ້າຮ່ວມພິທີລວມມີຜູ້ຕາງໜ້າການນຳສະຖາບັນ, ສະຖາທູດແຫ່ງ ສປປ.ລາວປະຈຳຫວຽດນາມ ພ້ອມດ້ວຍນັກສຶກສາ, ສຳມະນາກອນລາວ ແລະ ຫວຽດນາມ 100 ກວ່າຄົນ. ແຕ່ລະປີ, ສາຖະບັນລ້ວນແຕ່ສ້າງເງື່ອນໄຂເພື່ອຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວໃຫ້ແກ່ນັກສຶກສາລາວຢູ່ທີ່ນີ້. ໂດຍເຈືອຈານເຂົ້າກັບບັນຍາກາດເບີກບານມ່ວນຊື່ນນັ້ນ, ທ່ານຮອງສາດສະດາຈານ, ປະລິນຍາເອກ ເລືອງແທງເກືອງ, ຮອງຜູ້ອຳນວຍການສະຖາບັນປົກຄອງແຫ່ງຊາດ ໄດ້ຝາກຄຳອວຍພອນອັນດີງາມມາຍັງນັກສຶກສາ, ສຳມະນາກອນລາວ:

        “ເນື່ອງໃນໂອກາດບຸນປີໃໝ່ລາວ 2018, ຕາງໜ້າການນຳ, ພະນັກງານ, ຄູສອນຂອງສະຖາບັນ, ຂ້າພະເຈົ້າຂໍຝາກຄຳອວຍໄຊໃຫ້ພອນມາຍັງນັກສຶກສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ຮຽນໃຫ້ເກັ່ງເສັງໃຫ້ໄດ້ ເພື່ອນຳຄວາມຮູ້, ທັກສະຕ່າງໆທີ່ໄດ້ຮ່ຳຮຽນຢູ່ຫວຽດນາມກັບເມືອປະກອບສ່ວນເຂົ້າໃນການກໍ່ສ້າງປະເທດລາວໃຫ້ນັບມື້ນັບໝັ້ນຄົງ, ຮັ່ງມີ ແລະ ວັດທະນາຖາວອນ. ແລະອວຍພອນໃຫ້ນ້ຳໃຈມິດຕະພາບລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດໄປ”.

        ນອກຈາກບັນດາລາຍການສະແດງສິລະປະ, ພິທີບາສີສູ່ຂວັນ, ຮັບປະທານບັນດາເຍື່ອງອາຫານທີ່ເປັນຮີດຄອງປະເພນີຂອງລາວແລ້ວ, ບັນດາແຂກຖືກເຊີນຍັງໄດ້ເຊື່ອມຕົວເຂົ້າກັບວາດຟ້ອນລຳວົງ, ອັນໄດ້ເປັນເຍື່ອງອາຫານທາງດ້ານຈິດໃຈຂອງບັນດານັກສຶກສາ, ສຳມະນາກອນລາວຢູ່ຫວຽດນາມເວົ້າສະເພາະ ແລະເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງລາວເວົ້າລວມ.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top