• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ​ຫວຽດນາມ ປະ​ຈໍາ ສະ​ວິດ ຮັບ​ຕໍາ​ແໜ່ງ​ປະທານ ຄະນະ​ກໍາມະການ ອາຊຽນ

ວັນທີ 2 ກໍລະກົດ, ຄະນະກໍາມະການ ອາຊຽນ Bern (ACB) ໄດ້ໂຮມປະຊຸມຢູ່ທີ່ນະຄອນຫຼວງ Bern ປະເທດສະວິດ ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ມາເລເຊຍ, ປະທານຄົນປັດຈຸບັນຂອງ ACB.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທໍາອິດຂອງຄະນະກໍາມະການ ອາຊຽນ Bern ນັບແຕ່ເມື່ອເກີດໂລກລະບາດ (ພາບ: TTXVN)

 ໃນພິທີມອບຮັບຕໍາແໜ່ງປະທານ ACB ໃນ 6 ເດືອນທ້າຍປີ 2020 ໃຫ້ແກ່ຫວຽດນາມ, ທ່ານນາງ ເລລິງລານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສສ.ຫວຽດນາມ ປະຈໍາ ສະວິດ ໄດ້ຍົກໃຫ້ເຫັນການຄາດຄະເນໂຄງການດໍາເນີນງານໃນອາຍຸການ ຫວຽດນາມ ເປັນປະທານ ACB. ທ່ານນາງກໍສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການສົມທົບຢ່າງແໜ້ນແຟ້ນຂອງ ACB ໃນໄລຍະຈະມາເຖິງ ໃນສະພາບການທີ່ໂລກລະບາດໂຄວິດ - 19 ຍັງສືບຕໍ່ສົ່ງຜົນກະທົບເຖິງຫຼາຍດ້ານຂອງການເຄື່ອນໄຫວຢູ່ປະເທດປະຈໍາຖິ່ນ.

        ກ່າວຄໍາເຫັນທີ່ກອງປະຊຸມ, ເມື່ອເຕື້ອງເຖິງກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຄວບຄຸມໂລກລະບາດ, ທ່ານນາງເອກອັກຄະລັດຖະທູດ ເລລິງລານ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕັດສິນໃຈ, ມາດຕະການອັນຂ້ຽວຂາດ ແລະ ບັນດາໝາກຜົນຕັ້ງໜ້າຂອງລັດຖະບານຫວຽດນາມ ໃນການຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຮັກສາການເຈລະຈາກັບບັນດາປະເທດຜ່ານການແລກປ່ຽນທາງອອນລາຍ; ເພີ່ມທະວີການຮ່ວມມື ແລະ ແບ່ງປັນກັບບັນດາປະເທດໃນໄລຍະເກີດໂລກລະບາດ, ພິເສດແມ່ນການໜູນຊ່ວຍ, ມອບຜ້າອັດປາກ ແລະ ບັນດາອຸປະກອນການແພດໃຫ້ແກ່ບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນ, ເປັນເຈົ້າການຈັດຕັ້ງບັນດາກອງປະຊຸມສຸດຍອດ ອາຊຽນ ພິເສດ ແລະ ອາຊຽນ +3 ທາງອອນລາຍໄດ້ສໍາເລັດ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top