• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ ຊ່ວຍ​ປັບ​ປຸງ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ ທີ່​ມີ​ຕໍ​່​ພັກ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສາ​ກົນ ທີ່​ມີ​ຕໍ່ ຫວຽດ​ນາມ

ຕອນເຊົ້າວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຕາມພາລະ, ໜ້າທີ່ຂອງກຳລັງຕຳຫຼວດປະຊາຊົນ ແຕ່ປີ 2013 ມາຮອດປັດຈຸບັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

 ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜຶ່ງໃນບັນດາຜົນສຳເລັດສຳຄັນຂອງ ຫວຽດນາມ ໃນ 5 ປີຜ່ານມາ, ນັ້ນແມ່ນ ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ນຳຫຼາຍກໍລະນີ, ຄະດີສຳຄັນຂຶ້ນສານພິພາກສາໂດຍບໍ່ມີເຂດຂ້າມ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງ ສາກົນ ທີ່ມີຕໍ່ ຫວຽດນາມ. ໃນຜົນສຳເລັດນັ້ນ, ກຳລັງຕຳຫຼວດປະຊາຊົນ ສວມບົດບາດຫຼັກແຫຼ່ງແກ່ນສານ.

        ພິເສດ, ວຽກງານສ້າງລະບອບລະບຽບການໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ລັດຖະບານ ຫວຽດນາມ ໄດ້ຖືວ່າ ນີ້ແມ່ນໜ້າທີ່ໃຈກາງ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນສັງຄົມ, ໝູນໃຊ້ເຕັກໂນໂລຢີ, ໂດຍສະເພາະແມ່ນ ການບໍລິການສາທາລະນະ, ຈຳກັດການສຳຜັດໂດຍກົງລະຫວ່າງປະຊາຊົນ, ວິສາຫະກິດ ກັບ ພະນັກງານຂອງອົງການທີ່ມີໜ້າທີ່ຮັບຜິດຊອບ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top