• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 27 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

ລັດຖະບານກໍ່ເອົາໃຈໃສ່ເຖິງວຽກງານສ້າງກົດໝາຍຫຼາຍກ່ວາ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຈັດຕັ້ງວາລະປະຊຸມຫົວເລື່ອງສະເພາະຮັບເອົາຄວາມເຫັນຫຼາຍຄັ້ງ

ໂດຍສືບຕໍ່ລາຍການເຮັດວຽກ, ວັນທີ 13 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ.

        ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ຖືວ່າ ໃນ 5 ປີຜ່ານມາ, ນັບແຕ່ພາຍຫຼັງປະກາດໃຊ້ລັດຖະທຳມະນູນປີ 2013, ລະບົບກົດໝາຍໄດ້ຮັບການປະກາດໃຊ້ຢ່າງທັນການໂດຍພື້ນຖານ. ລັດຖະບານກໍ່ເອົາໃຈໃສ່ເຖິງວຽກງານສ້າງກົດໝາຍຫຼາຍກ່ວາ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຈັດຕັ້ງວາລະປະຊຸມຫົວເລື່ອງສະເພາະຮັບເອົາຄວາມເຫັນຫຼາຍຄັ້ງ ແລະ ໄດ້ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ.

        ກ່ຽວກັບບັນຫານີ້, ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກວັກຫຽນ ຖືວ່າ, ຕ້ອງຮັບປະກັນລັກສະນະເປັນເອກະພາບຂອງລະບົບກົດໝາຍ.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top