• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສະ​ແດງ​ສິ​ລະປະ “ລະ​ດູ​ບານ​ໃໝ່​ເຈື່ອງ​ຊາ” ປີ 2021

ລາຍການແມ່ນຂົວເຊື່ອມຕໍ່ບັນດາຜູ້ມີໃຈບຸນໃຈກຸສົນຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ ແລະ ສ່ວນບຸກຄົນ ຕໍ່ພະນັກງານ, ນັກຮົບຢູ່ທະເລໝູ່ເກາະ ເຊິ່ງພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕສັກກະລະບູຊາຂອງປະເທດຊາດ.
ລາຍການສະແດງສິລະປະ “ລະດູບານໃໝ່ເຈື່ອງຊາ” ປີ 2021 (ພາບ: TTXVN)

ຕອນຄ່ຳວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ຄະນະໂຄສະນາ ສຶກສາສູນກາງ ໄດ້ຈັດລາຍການສະແດງສິລະປະ “ລະດູບານໃໝ່ເຈື່ອງຊາ” ປີ 2021 ເພື່ອແນໃສ່ເຊີດຊູ ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມມານະພະຍາຍາມຂອງພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ ທະເລໝູ່ເກາະແຫ່ງສັກກະລະບູຊາຂອງ ປະເທດຊາດ. ລາຍການໄດ້ຈັດຂຶ້ນຢ່າງພິຖິພິຖັນຊື່ງມີບັນດາບົດເພງທີ່ມີຫົວຂໍ້ກ່ຽວກັບທະເລໝູ່ເກາະ, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ.

ລາຍການສະແດງສິປະລະ “ລະດູບານໃໝ່ເຈື່ອງຊາ” ແມ່ນການເຄື່ອນໄຫວປະຈຳປີ ໄດ້ຈັດຂຶ້ນນັບແຕ່ປີ 2013 ເປັນຕົ້ນມາ. ລາຍການແມ່ນຂົວເຊື່ອມຕໍ່ບັນດາຜູ້ມີໃຈບຸນໃຈກຸສົນຈາກບັນດາອົງການ, ຫົວໜ່ວຍ, ວິສາຫະກິດ ແລະ ສ່ວນບຸກຄົນ ຕໍ່ພະນັກງານ, ນັກຮົບຢູ່ທະເລໝູ່ເກາະ ເຊິ່ງພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕສັກກະລະບູຊາຂອງປະເທດຊາດ. ຜ່ານລາຍການ ດັ່ງກ່າວ, ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ ໄດ້ລະດົມບັນດາອົງການ, ວິສຫາກິດ ສະໜັບສະໜູນເງິນເປັນຈຳນວນກ່ວາ 50 ຕື້ ດົ່ງໃຫ້ແກ່ນັກຮົບທະຫານເຮືອ, ພໍ່ແມ່ພີ່ນ້ອງນັບຮົບ.

(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top