• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການສະແດງສິລະປະພິເສດ ” ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”

ຕອນຄ່ຳວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”.

ລາຍການສະແດງສິລະປະພິເສດ “ ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”

ສະເຫຼີມສະຫຼອງ 74 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ; ສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ຂ່ຳນັບຮັບຕ້ອນວັນບຸນວູລານ ຕອບແທນບູນຄຸນຕໍ່ພໍ່ແມ່, ປູ່ຍ່າຕາຍາຍ ພ.ສ 2563, ຕອນຄ່ຳວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ “ ຄວາມເອກອ້າງທະນົງໃຈຂອງປະເທດຊາດ - ແມ່ຫວຽດນາມ”

   ລາຍການໂດຍແມ່ນສະມາຄົມພຸດທະສາສະໜາຫວຽດນາມສົມທົບກັບວິທະຍຸກະຈາຍສຽງຫວຽດນາມ ດ້ວຍຄວາມຫວັງນຳສິ່ງທີ່ຍອດຍິ່ງຂອງສາສະໜາພຸດ, ຄຸ່ນຄາທາງດ້ານຄຸນສົມບັດທີ່ເປັນມູນເຊື້ອ, ບັນດາສານທີ່ມີລັກສະນະວັດທະນະທຳມະນຸດ ແລະ ມີຄວາມໝາຍເຂົ້າໃນຊີວິດປະຈຳວັນດ້ວຍສິລະປະ ແລະ ດົນຕີ.

    ພະອາຈານໃຫຍ່ ທິກຖ້ຽນເຕີມ, ຮອງຫົວໜ້າສະຖາບັນຄົ້ນຄ້ວາພຸດທະວິທະຍາ, ສະມາຊິກໃນຄະນະຈັດຕັ້ງໃຫ້ຮູ້ວ່າ :

   “ ລາຍການຢາກຝາກຝັງເຖິງໄວໜຸ່ມຄວນດຳລົງຊີວິດດ້ວຍຫຼັກສິນທຳ, ຕ້ອງຄຳນຶງເຖິງຄຸນງາມຄວາມດີໃນການໃຫ້ກຳເນີດ ແລະ ລ້ຽງດູສຶກສາຂອງພໍ່ແມ່, ເພາະວ່າ ທຸກຄົນ ຕ່າງກໍມີພໍ່ມີແມ່. ເຖິງວ່າ ຊີວິດຈະຍືນຍາວ ຫຼື ສັ້ນຕໍ່ຕາມ, ແຕ່ກໍລ້ວນແຕ່ໄດ້ຮັບຄວາມດູແລ ຮັກແພງ ຖະໜຸຖະໜອມຈາກພໍ່ແມ່. ເນື່ອງໃນວັນບຸນ ວູລານ, ທຸກໆຄົນຕ້ອງເຄົາລົບນັບຖື, ຮູ້ບູນຄຸນຕໍ່ພໍ່ແມ່ ຊຶ່ງໄດ້ລ້ຽງດູສຶກສາໃຫ້ເຮົາກາຍເປັນຜູ້ເຕີບໃຫຍ່ໃນສັງຄົມ ”.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top