• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ ຫວຽດ​ນາມ

ຕອນບ່າຍວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການການຕ້ອນຮັບທ່ານນາງ Catherine Wong Siow Ping, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ ທີ່ໄດ້ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.

ທ່ານ ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໃຫ້ການຕ້ອນຮັບທ່ານນາງ Catherine Wong Siow Ping ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ (ພາບ:cand.com.vn)

ທ່ານລັດຖະມົນຕີກະຊວງ ຕຳຫຼວດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ລັດຖະບານ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ກຳລັງຕຳຫຼວດປະຊາຊົນເວົ້າສະເພາະ ຕີລາຄາສູງການປະກອບສ່ວນຂອງທ່ານນາງເອກອັກຄະລັດຖະທູດທີ່ມີຕໍ່ການພົວພັນສອງຝ່າຍລະຫວ່າງສອງປະເທດ ແລະ ການພົວພັນລະຫວ່າງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ກັບກຳລັງປະຕິບັດກົດໝາຍ ສິງກະໂປ. ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານນາງ ເອກອັກຄະລັດຖະທູດ Catherine Wong Siow Ping ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ສາຍພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ເວົ້າລວມ ແລະ ລະຫວ່າງກຳລັງຕຳຫຼວດປະຊາຊົນ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ສິງກະໂປ ເວົ້າສະເພາະ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top