• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງພາຍໃນລັດເຊຍ ຢ້ຽມຢາມ ສປປ.ເກົາຫຼີ

      ການນໍາ ສປປ.ເກົາຫຼີ Kim Jong-un ອາດຈະກະກຽມມີການຢ້ຽມຢາມປະເທດລັດເຊຍ ເພື່ອດໍາເນີນການພົບປະສຸດຍອດຄັ້ງທໍາອິດກັບທ່ານປະທານາທິບໍດີລັດເຊຍ Vladimir Putin. 
        ວັນທີ 2 ເມສາ ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໄດ້ຖະແຫຼງຂ່າວວ່າ ທ່ານ Vladimir Kolokoltsev ລັດຖະມົນຕີກະຊວງພາຍໃນລັດເຊຍ ໄດ້ໄປຮອດ ສປປ.ເກົາຫຼີ ໃນວັນທີ 1 ເມສາ. ເຖິງຢ່າງໃດກໍຕາມ, ສໍານັກຂ່າວສານ KCNA ບໍ່ໄດ້ເຜີຍລະອຽດກ່ຽວກັບເຫດຜົນ ແລະ ເວລາ ທີ່ທ່ານລັດຖະມົນຕີລັດເຊຍຈະເຄື່ອນໄຫວຢູ່ ພຽງຢາງ ແມ່ນດົນປານໃດ.

ທ່ານ Vladimir Kolokoltsev ລັດຖະມົນຕີກະຊວງພາຍໃນລັດເຊຍ (ພາບ: TTXVN)
      ການຢ້ຽມຢາມຂອງລັດຖະມົນຕີກະຊວງພາຍໃນລັດເຊຍ ໄປຍັງ ສປປ.ເກົາຫຼີ ຖືກດໍາເນີນໄປໃນສະພາບທີ່ພວມມີບັນດາຂ່າວລືວ່າ ການນໍາ ສປປ.ເກົາຫຼີ Kim Jong-un ອາດຈະກະກຽມມີການຢ້ຽມຢາມປະເທດລັດເຊຍ ເພື່ອດໍາເນີນການພົບປະສຸດຍອດຄັ້ງທໍາອິດກັບທ່ານປະທານາທິບໍດີລັດເຊຍ Vladimir Putin.  ຄາດວ່າ ການຢ້ຽມຢາມຂອງການນໍາ ສປປ.ເກົາຫຼີ ອາດຈະດໍາເນີນໃນເດືອນເມສານີ້.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top