• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງສະພາດຳເນີນທຸລະກິດອາເມລິກາ-ອາຊຽນ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຄະນະວິສາຫະກິດຂັ້ນສູງ
ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ

(ພາບ: TTXVN)
      ຕອນ​ບ່າຍ​ວັນ​ທີ 26/08, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ​ຳ​ຫຼວດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ວິ​ສາ​ຫະ​ກິດ​ຂັ້​ນ​ສູງສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ເມ​ລິ​ກາ - ອາ​ຊຽນ ໂດຍ​ທ່ານ Michael Michalak, ອ​ະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ນຳ​ໜ້າ, ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ເນັ້ນ​ໜັກ​ວ່າ, ປະ​ຈຸ​ບັນ​, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ ພວມ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ດີ​ງາມໃນ​ທຸກ​ຂົງ​ເຂດ. ທ່ານ​ລັດ​ຖະ​ມົນ​ຕີ ໂຕ​ເລີມ ຢືນ​ຢັນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັ​ນ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊ​ອບ​ຂອງ​ອາ​ເມ​ລິ​ກາ​ ກວ່າ​ອີກ; ພ້ອມ​ທັງ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ສະ​ດວກ​ທີ່​ສຸດ ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເວົ້າ​ລວມ, ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ເວົ້າ​ສະ​ເພາະ ພັດ​ທະ​ນາ​ຢ່າງ​ປອດ​ໄສ, ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ສຸ​ດ​ຢູ່​ຫວຽດນາມ. ນອກ​ຈ​າກ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ພວມ​ປະ​ຕິ​ບັດ​ແລ້ວ, ກະ​ຊວງ​ຕຳ​ຫຼວດ ປາດ​ຖະ​ໜາ​ວ່າ, 2 ຝ່າຍ​ຈະ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ, ມອບ​ສົ່ງ​ເຕັກ​ໂນ​ໂລ​ຊ​ີ, ​ໃຫ້​ຄຳປຶກ​ສາ​ດ້ານ​ເຕັກ​ນິກ, ຮັບ​ໃ​ຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ… ​ສ່ວນທ່ານ Michael Michalak ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ເປີດກວ້າງ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ຢ່າງ​ຍາວ​ນານ​ຢູ່​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top