ຂ່າວສານ
ລັດຖະບານຫວຽດນາມສະຫນັບສະຫນູນ,ສ້າງທຸກເງື່ອນໄຂໃຫ້ແກ່ບັນດານັກລົງທຶນຍີ່ປຸ່ນດຳເນີນທຸລະກິດຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ຝ່າຍຍີ່ປຸ່ນ ສ້າງເງື່ອນໄຂສະດວກ ແລະ ຍູ້ໄວການອອກຫນັງສືອະນຸຍາດນຳເຂົ້າໝາກໄມ້ສົດຂອງຫວຽດນາມ ເຂົ້າຕະຫລາດ ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Hiroshige Seko,
ລັດຖະມົນຕີກະຊວງ ເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ
ລັດຖະບານຫວຽດນາມສະຫນັບສະຫນູນ,ສ້າງທຸກເງື່ອນໄຂໃຫ້ແກ່ບັນດານັກລົງທຶນຍີ່ປຸ່ນດຳເນີນທຸລະກິດຢູ່ຫວຽດນາມ.
ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ Hiroshige Seko, ລັດຖະມົນຕີກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI) ໃນວັນທີ 14 ກັນຍາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ຝ່າຍຍີ່ປຸ່ນ ສ້າງເງື່ອນໄຂສະດວກ ແລະ ຍູ້ໄວການອອກຫນັງສືອະນຸຍາດນຳເຂົ້າໝາກໄມ້ສົດຂອງຫວຽດນາມ ເຂົ້າຕະຫລາດ ຍີ່ປຸ່ນ. ພ້ອມກັນນັ້ນ ເພີ່ມທະວີການຫນູນຊ່ວຍຫວຽດນາມ ຜັນຂະຫຍາຍແຜນການເຄື່ອນໄຫວບັນດາເຂດອຸດສາຫະກຳບຸລິມະສິດໃນຍຸດທະສາດຫັນເປັນອຸດສາຫະກຳຂອງຫວຽດນາມ ໃນຂອບເຂດຮ່ວມມື ຫວຽດນາມ - ຍີ່ປຸ່ນ ຮອດປີ 2020, ວິໄສທັດ ປີ 2030. ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ແລະ ຍີ່ປຸ່ນ ຄວນເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ. ສ່ວນທ່ານລັດຖະມົນຕີ ເສດຖະກິດ ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Hiroshige Seko ໃຫ້ຮູ້ວ່າ: ຍີ່ປຸ່ນ ມີຄວາມປາດຖະຫນາ ພ້ອມແລ້ວທີ່ຈະຮ່ວມມື ແລະ ແບ່ງປັນບົດຮຽນກັບຫວຽດນາມ ໃນຂົງເຂດປະຕິຮູບລັດວິສາຫະກິດ, ປຶກສາຫາລືກັບຫວຽດນາມ ເພື່ອກຳນົດບັນດາການຫນູນຊ່ວຍລະອຽດ.

(ແຫຼ່ງຄັດຈາກ VOV)