• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອິນເດຍດຳເນີນທຸລະກິດ,ລົງທຶນຢູ່ຫວຽດນາມ

      ລັດຖະບານຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອິນເດຍ ດຳເນີນທຸລະກິດ, ລົງທຶນຢູ່ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການຕ້ອນຮັບຜູ້ຕາງໜ້າກຸ່ມບໍລິສັດ Adani ແລະ Suzlon

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າກຸ່ມບໍລິສັດ Adani
(ພາບ: VGP)
      ເຊິ່ງເປັນ 2 ກຸ່ມບໍລິສັດໃຫຍ່ທີ່ເຄື່ອນໄຫວໃນຂົງເຂດພະລັງງານຜະລິດຄືນໃໝ່ຂອງອິນເດຍ ໃນຕອນບ່າຍວັນທີ 26 ມັງກອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງກຸ່ມບໍລິສັດ Adani ລົງທຶນເຂົ້າບັນດາໂຄງການໃນຂົງເຂດໄຟຟ້າພະລັງແສງຕາເວັນ, ໄຟຟ້າພະລັງ ແຮງລົມຢູ່ແຂວງ ບິ່ງທ້ວນ; ຫວັງວ່າບັນດາໂຄງການຈະຜັນຂະຫຍາຍໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີຊົມເຊີຍ ກຸ່ມບໍລິສັດ Suzlon ໄດ້ເອົາໃຈໃສ່ເຖິງການພັດທະນາບັນດາໂຄງການໄຟຟ້າພະລັງແຮງລົມ, ສະໜອງ tua – bin ໄຟຟ້າພະລັງແຮງລົມ ກໍຄືລົງທຶນກໍ່ສ້າງບັນດາໂຮງງານຜະລິດເຄື່ອງອາໄຫຼ່ໄຟຟ້າພະລັງແຮງລົມຢູ່ຫວຽດນາມ.
        ບັນດາກຸ່ມບໍລິສັດໄດ້ສະແດງຄວາມສົນໃຈເຖິງການລົງທຶນເຂົ້າບັນດາໂຄງການຢູ່ຫວຽດນາມ; ປາດຖະໜາຢາກຮັບຄວາມສະດວກໃນວິວັດການເຈລະຈາອະນຸຍາດລົງທຶນ, ກໍ່ສ້າງ ແລະ ນຳໃຊ້ໂຄງການ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top