• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢັ້ງຢືນບົດບາດຂອງອົງການປ້ອງກັນຊາດ ອາຊຽນ ໃນການຊ່ວຍຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ

      ກອງປະຊຸມສຳມະນາກ່ຽວກັບບົດບາດຂອງອົງການປ້ອງກັນຊາດ ອາຊຽນ ໃນການຊ່ວຍຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ໂດຍກະຊວງປ້ອງກັນປະເທດ ໄທ ເປັນເຈົ້າພາບຈັດຕັ້ງໃນວັນທີ 04 ສິງຫາ, ຕາມຮູບການທາງໄກ, ເຊິ່ງມີການເຂົ້າຮ່ວມຂອງຜູ້ຕາງໜ້າອົງການປ້ອງກັນຊາດບັນດາປະເທດສະມາຊິກ ອາຊຽນ.
ກອງປະຊຸມສຳມະນາກ່ຽວກັບບົດບາດຂອງອົງການປ້ອງກັນຊາດ ອາຊຽນ ໃນການຊ່ວຍຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ (ພາບ: qdnd.vn)
      ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພັນເອກ ເຈິ່ນນາມຈູງ, ຮອງຫົວໜ້າເສນາທິການ ທະຫານປ້ອງກັນຊາຍແດນ ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມສຳມະນາ. ທ່ານພັນເອກ ເຈິ່ນນາມຈູງ ເນັ້ນໜັກວ່າ ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໂລກ ແລະ ພາກພື້ນ ຈະສືບຕໍ່ມີການຜັນແປຢ່າງສັບສົນ ແລະ ແກ່ຍາວ ສົ່ງຜົນກະທົບທີ່ບໍ່ດີຕໍ່ຫຼາຍດ້ານຂອງຊີວິດສັງຄົມ, ໃນນັ້ນ ມີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ດັ່ງນັ້ນ, ກອງທັບບັນດາປະເທດ ອາຊຽນ ຄວນເພີ່ມທະວີບົດບາດແກ່ນສານ, ປະຈັນບານ, ນຳພາໃຫ້ຫຼາຍກວ່າອີກ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມ ຄວບຄຸມ, ສະກັດກັ້ນໂລກລະບາດ; ພ້ອມທັງເພີ່ມທະວີການຮ່ວມມືສາກົນ, ໃນນັ້ນ ເອົາໃຈໃສ່ເຖິງວຽກງານສົມທົບກັນ, ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການ ແລະ ຂໍ້ລິເລີ່ມທີ່ດີ, ມີປະສິດທິຜົນ ແນໃສ່ຍົກສູງກຳລັງຄວາມສາມາດຮັບມືກັບບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top