• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກທີ່ 5 ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12

      ວັນທີ 09 ຕຸລາ, ເຊິ່ງແມ່ນມື້ເຮັດວຽກທີ 5 ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູງກາງພັກກອມມູນິດຫວຽດນາມ ຊຸດທີ 12. ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມໝົດມື້.

ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 12
      ຕອນເຊົ້າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ຕາງໜ້າກົມການເມືອງເປັນປະທານກອງປະຊຸມ. ຄະນະບໍລິຫານງານສູນກາງພັກ ປຶກສາຫາລືກ່ຽວກັບແຜນຮ່າງປ່ຽນໃໝ່ກົນໄກຄຸ້ມຄອງ, ກົນໄກການເງິນ ແລະ ຈັດຕັ້ງລະບົບບັນດາຫົວໜ່ວຍພາລະກິດແຫ່ງລັດຄືນໃໝ່. ຕອນບ່າຍ, ທ່ານ ເຈີ່ນກ໋ວກເວື້ອງ, ເລຂາສູນກາງພັກ, ປະທານຄະນະກຳມະການກວດກາສູນກາງ, ສະມາຊິກຜູ້ປະຈຳການຄະນະເລຂາສູນກາງ, ຕາງໜ້າກົມການເມືອງ ເປັນປະທານກອງປະຊຸມ. ນະທີ່ນີ້, ທ່ານ ຟ້າມມິງຈິ໋ງ ໄດ້ອ່ານບົດຍື່ນສະເໜີຂອງກົມການເມືອງກ່ຽວກັບແຜນຮ່າງວ່າດ້ວຍບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຊັບຊ້ອນກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ຫຼັງຈາກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ໜ່ວຍ, ປຶກສາຫາລືເນື້ອໃນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.

Top