• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ 6 ຄົນມຳອິດໄດ້ສັກທົດລອງວັກຊິນ COVIVAC ເຂັມທີ 2

      ໃນທ້າຍປີ 2021, ຕົ້ນປີ 2022, ຫວຽດນາມ ອາດຈະມີວັກຊິນເພື່ອນຳໃຊ້, ຊ້ຳບໍ່ໜຳຈະສາມາດສົ່ງອອກໄດ້.
(ພາບປະກອບ)
      ຕາມມະຫາວິທະຍາໄລແພດສາດຮ່າໂນ້ຍ ແລ້ວ, ມີຜູ້ອາສາສະໝັກທຳອິດ 6 ຄົນ ໄດ້ສັກທົດລອງວັກຊິນກັນພະຍາດໂຄວິດ 19 ຂອງຫວຽດນາມ ທີ່ມີຊື່ວ່າ COVIVAC  ເຂັມ 1 ໂດຍສະຖາບັນວັກຊິນ ແລະ ຊີວະ (IVAC)  ຄົ້ນຄວ້າ ໄດ້ສັກເຂັມທີ 2 ແລ້ວ. ຄາດວ່າ, ວັນທີ 18 ເມສາຈະມາເຖິງ, ຈະສິ້ນສຸດການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 120 ຄົນ.
ຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈິ່ນວັກທັວນ ແລ້ວ, ຖ້າຫາກວັກຊິນ COVIVAC ປະສົບຜົນສຳເລັດ, ພ້ອມກັບ Nano Covax ແລະ Vabiotech ຈະຊ່ວຍຫວຽດນາມ ເປັນເຈົ້າການໃນການສະໜອງແຫຼ່ງວັກຊິນປ້ອງກັນພະຍາດໂຄວິດ 19 ຢູ່ພາຍໃນປະເທດ. ກະຊວງສາທາລະນະສຸກຫວຽດນາມ ຫວັງວ່າ, ໃນທ້າຍປີ 2021, ຕົ້ນປີ 2022, ຫວຽດນາມ ຈະມີວັກຊິນເພື່ອນຳໃຊ້, ຊ້ຳບໍ່ໜຳຈະສາມາດສົ່ງອອກໄດ້.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top