• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີນາຍທະຫານຫວຽດນາມອີກ 3 ຄົນໄປປະຕິບັດຫນ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

ວັນທີ 22 ຕຸລາ ຢູ່ ຮ່າໂນ້ຍ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບຫນ້າທີ່ໃຫ້ນາຍທະຫານ 3 ຄົນກະກຽມເດີນທາງໄປປະຕິບັດຫນ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ແລະ ສ. ອາຟຼິກາກາງ.


ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົມຕີກະຊວງປ້ອງກັນປະເທດມອບຫນ້າທີ່ໃຫ້ນາຍທະຫານ 3 ຄົນກ່ອນເດີນທາງໄປປະຕິບັດຫນ້າທີ່ຮັກສາສັນຕິພາບສປຊ. ພາບ: qdnd


ນາຍທະຫານ 3 ຄົນດັ່ງກ່າວລ້ວນແຕ່ແມ່ນຜູ້ມີບົດຮຽນໃນການຄຸ້ມຄອງ, ບັນຊາກົມກອງ ແລະ ມີບົດຮຽນຕົວຈິງ. ນອກຈາກຜ່ານໄລຍະຝຶກອົບຮົມກ່ອນທີ່ຜັນຂະຫຍາຍ ດ້ວຍຫລາຍເນື້ອໃນສຳຄັນຊ່ວຍພະນັກງານມີກຳລັງຄວາມສາມາດພຽງພໍ ຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານວິຊາສະເພາະຂອງ ສປຊ ແລ້ວ, ບັນດານາຍທະຫານຍັງໄດ້ບຳລຸງຄວາມຮູ້, ທັກສະໃນການປ້ອງກັນ ສະກັດກັ້ນບັນດາໂລກພະຍາດ ເປັນຕົ້ນແມ່ນໂລກລະບາດໂຄວິດ 19.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃສ່ໃຈບັນດານາຍທະຫານວ່າ: ຕ້ອງຕັ້ງຫນ້າຮ່ຳຮຽນຄົ້ນຄ້ວາ, ເພີ່ມທະວີຄວາມສາມັກຄີສາກົນ ກັບປະເທດເຈົ້າພາບ, ກັບຄະນະຮັກສາສັນຕິພາບ ສປຊ ແລະ ພົນທະຫານບັນດາປະເທດຢູ່ບໍລິເວນຕັ້ງທັບ ພິເສດ ຕ້ອງຮັບປະກັນຄວາມປອດໄພຕໍ່ຫນ້າສະພາບໂລກລະບາດໂຄວິດ 19.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top