• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຊາວຫວຽດນາມ 5 ຄົນຖືກຫາຍສາບສູນໃນເຫດກ່ຳປັ່ນຂົນສົ່ງສິນຄ້າຢູ່ຍີ່ປຸ່ນ ຖືກຈົມນ້ຳ

      ກອງບັນຊາການປ້ອງກັນຄວາມສະຫງົບທະເລທະຫານເຂດ 2 ຂອງຍີ່ປູ່ນ ພວມຕັ້ງໜ້າຊອກຫາລູກເຮືອ 13 ຄົນຫາຍສາບສູນໃນກ່ຳປັ່ນ GUO XING 1, ພາຍຫຼັງຖືກຕ່ຳກັບກ່ຳປັ່ນຫາປາຍີ່ປຸ່ນ.

(ພາບປະກອບ: Reuters/VOV)
      ໃນຈຳນວນ 13 ຄົນຫາຍສາບສູນນັ້ນ, ມີ 5 ຄົນແມ່ນລູກເຮືອຊາວຫວຽດນາມ. ປະຈຸບັນ, ກອງບັນຊາການ ໄດ້ສົ່ງເຮືອບິນ, ກ່ຳປັ່ນລາດຕະເວນ 2 ລຳ… ພ້ອມກັບທະຫານກູ້ໄພກູ້ຊີບມາຊອກຫາບັນດາຜູ້ຖືກຫາຍສາບສູນ.
          ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 29 ກຸມພາ, ຢູ່ນອກຝັ່ງທະເລແຂວງ Aomori, ປະເທດຍີ່ປຸ່ນ, ກ່ຳປັ່ນຂົນສົ່ງສິນຄ້າໝາຍເລກ GUO XING 1 ມີນ້ຳໜັກບັນທຸກ 1.989 ໂຕນ ໄດ້ຕ່ຳກັບກ່ຳປັ່ນຫາປາ Tomimaru ເລກ 8 ມີນ້ຳໜັກບັນທຸກ 138 ໂຕນ. ພາຍຫຼັງເກີດເຫດດັ່ງກ່າວເປັນເວລາປະມານ 20 ນາທີ, ກ່ຳປັ່ນ GUO XING 1 ຖືກຈົມນ້ຳ.
          ຕາມກອງບັນຊາການດັ່ງກ່າວ, ຊາວຫວຽດນາມ ຜູ້ໜຶ່ງໄດ້ກອບກູ້ເອົາຊີວິດ ແລະ ພວມປິ່ນປົວຢູ່ທ່າກ່ຳປັ່ນ Hachinohe ຂອງແຂວງ Aomori, 13 ຄົນຍັງເຫຼືອຖືກຫາຍສາບສູນຢູ່.
 (ແຫຼ່ງຄັດຈາກ VOV)

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 1 ໄດ້​ໄຂ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ກິ​ລາ​ປະ​ມານ 10.000 ຄົນທີ່​ມາ​ຈາກ 168 ຄະ​ນະ​, ເຊິ່ງ​ຈະແຂ່ງ​ຂັນກິ​ລາ 44 ປະ​ເພດ​ລວມ​ມີ 832 ເນື້ອ​ໃນ.

Top