• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມານະພະຍາຍາມສຳເລັດຄາດໝາຍເກັບງົບປະມານປີ 2020

ວັນທີ 26 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍທົ່ວປະເທດ ປະກາດສຳເລັດແຜນການຜັນຂະຫຍາຍການສ້າງຕັ້ງກົມສ່ວຍສາອາກອນຂົງເຂດຂຶ້ນກັບ 63 ກົມສ່ວຍສາອາກອນເກັບລາຍຮັບແຂວງ, ນະຄອນ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງກະຊວງການເງິນ, ຂະແໜງສ່ວຍສາອາກອນໄດ້ສຳເລັດລື່ນກາຍລະດັບຄາດໝາຍຮອບດ້ານໃນປີຜ່ານມາ, ປະກອບສ່ວນດຸ່ນດ່ຽງແຫຼ່ງເກັບລາຍຮັບງົບປະມານ. ໄປຄຽງຄູ່ກັນນັ້ນ, ຂະແໜງສ່ວຍສາອາກອນໄດ້ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

        ກ່ຽວກັບບັນດາໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງສະພາບໂລກລະບາດ Covid-19 ໄດ້ສົ່ງຜົນສະທ້ອນຕໍ່ທົ່ວໂລກ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນມີພື້ນຖານ ເພື່ອໃຫ້ລັດຖະບານດັດປັບບັນດາຕົວເລກຄາດໝາຍມະຫາພາກ, ໃນນັ້ນ ມີຕົວເລກຄາດໝາຍເກັບງົບປະມານແຫ່ງລັດ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:

        “ພວກເຮົາພວມເວົ້າປະຕິບັດ 2 ໜ້າທີ່ຄູ່ພ້ອມກັນ, ນັ້ນແມ່ນຕ້ານໂລກລະບາດໃຫ້ສຳເລັດຜົນຄືດັ່ງຄວາມຫວັງຂອງປະຊາຊົນ, ແຕ່ວຽກງານທີ່ 2 ກໍ່ສຳຄັນທີ່ສຸດ ແມ່ນພັດທະນາເສດຖະກິດສັງຄົມ. ຂ້າພະເຈົ້າສະເໜີຂະແໜງສ່ວຍສາອາກອນ, ກະຊວງການເງິນ ຄວນມີມາດຕະການ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຜະລິດດຳເນີນທຸລະກິດຂອງວິສາຫະກິດ, ລະອຽດແມ່ນນະໂຍບາຍພາສີອາກອນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ຄຸ້ມຄອງການເກັບພາສີອາກອນສຳລັບຂົງເຂດວິສາຫະກິດ, ຮຽກຮ້ອງຂະແໜງສ່ວຍສາອາກອນ ຄວນຄົ້ນຄວ້າຫລຸດຜ່ອນລະບຽບການບໍລິຫານດ້ານພາສີສາອາກອນ.

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top