• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ - ຄ້ອນຕີກ່ຽວຄຳ

ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ - ຄ້ອນ​ຕີກ່ຽວ​ຄຳ
      ຕອນ​ຄຳ່​ວັນ​ທີ 03/02 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ - ຄ້ອນ​ຕີກ່ຽວ​ຄຳ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ພ້ອມ​ດ້ວຍ​ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຟ້າ​ມມີ​ງຈິ໋ງ ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ລາງວັນ​ສື່​ມວນ​ຊົນທີ່​ມີ​ຂອບ​ຂະໜາດ​ໃຫຍ່, ມີ​ຄວາມ​ໝາ​ຍດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ພັກ, ປະກອບສ່ວນ​ຊຸກຍູ້​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ ​ແລະ ຕໍ່ສູ້, ສະກັດ​ກັ້ນ, ຍູ້ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມເຟືອຍຫຍໍ້​ທໍ້​ໃຫ້​ຖອຍ​ໄປ; ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈຕໍ່​ວຽກ​ງານ​ກໍ່​ສ້າ​ງພັກ​ຂອງ​ບັນດາ​ນັກ​ຂ່າວ, ພະນັກ​ງານ​ສະມາຊິກ​ພັກ ​ແລະ ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ບັນດາບົດ​ໜັງສືພິມ​ຍາດ​ໄດ້​ລາງວັນ​ ​ເຊິ່ງຖືກ​ນຳ​ສະ​ເໜີ​ທາງພາຫະນະ​ສື່​ມວນ​ຊົນ ​ໄດ້ປະກອບສ່ວນ​ປ່ຽນ​ໃໝ່​ວິທີ​ໂຄສະນາ ນຳ​ມະຕິ​ຂອງ​ພັກ​ເຂົ້າ​ສູ່​ຊີວິດ; ຊອກ​ຫາ​ມາດ​ຕະການ​ປະຕິບັດ​ບັນດາ​ມະຕິ​ສູນ​ກາງ 4 ຊຸດທີ 11 ​ແລະ 12 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ປັບປຸງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ.
        ຄະນະ​ຈັດ​ຕັ້ງ​ໄດ້​​ເລືອກ​ເຟັ້ນບັນດາ​ບົດຂຽນ​ດີ​ເດັ່ນ​ທີ່​ສຸດ​ເພື່ອ​ມອບ​ລາງວັນ, ​ໃນ​ນັ້ນ​ມີ 3 ລາງວັນ A, 7 ລາງວັນ B, 12 ລາງວັນ C ​ແລະ 25 ລາງວັນ​ຊົມ​ເຊີຍ​.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top