• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນເອກ ໂງຊວນລີກ ເຂົ້າຮ່ວມການພົບປະບໍ່ເປັນທາງການທີ່ກອງປະຊຸມ ADMM+1

      ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 11 ຢູ່ ຟີລິບປິນ, ຕອນບ່າຍວັນທີ 23 ຕຸລາ, ໄດ້ຈັດຕັ້ງບັນດາການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດຄື: ຈີນ, ຍີ່ປຸ່ນ ແລະ ອາເມລິກາ. 

ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ ADMM
      ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລີກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕີລາຄາສູງການສະໜັບສະໜູນຂອງຈີນຕໍ່ບົດບາດໃຈກາງຂອງ ອາຊຽນ ກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າຂອງຈີນ ໃນການສ້າງບັນດາກົນໄກການຮ່ວມມືປ້ອງກັນປະເທດໂດຍ ອາຊຽນ ສວມບົດບາດເປັນເຈົ້າພາບຄື ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ແລະ ARF ໃນໄລຍະຜ່ານມາ. ເວລາຜ່ານມາ, ອາຊຽນ ແລະ ຈີນ ໄດ້ສ້າງສຳເລັດກອບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Itsunori Onodera, ທ່ານລັດຖະມົນຕີ Itsunori Onodera ຢືນຢັນວ່າ: ຍີ່ປຸ່ນ ສະໜັບສະໜູນ ບົດບາດໃຈກາງຂອງ ອາຊຽນ. ຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາຈະຊ່ວຍ ອາຊຽນ ເພີ່ມທະວີກຳລັງ, ພິເສດແມ່ນກ່ຽວກັບເຕັກໂນໂລຢີ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືບົນພື້ນຖານ “ວິໄສທັດ ວຽງຈັນ”.
        ໃນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ James Mattis ແບ່ງປັນທັດສະນະຂອງ ອາເມລິກາ ກ່ຽວກັບການຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງປອດໄພທາງທະເລ ແລະ ເນັ້ນໜັກເຖິງເລື່ອງ ອາເມລິກາ ສະໜັບສະໜູນການປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ສ້າງສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top