• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ 2019 ໄດ້ດຳເນີນໄປຢ່າງສົມກຽດ

     ຕອນເຊົ້າວັນທີ 14 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ທີ່ຫໍ ກີ໋ງທຽນ ຢູ່ຍອດພູ ເຫງຍຫລີງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດພິເສດແຫ່ງຊາດວິຫານຮຸ່ງ, ໄດ້ດຳເນີນພິທີຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດຮຸ່ງ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ. 
      
ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ 2019 ໄດ້ດຳເນີນໄປຢ່າງສົມກຽດໃນທົ່ວປະເທດ (ພາບ: nld.vn
      ເຂົ້າຮ່ວມພິທີຖະຫວາຍທູບທຽນມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ການນຳບາງແຂວງ, ນະຄອນທ້ອງຖິ່ນ ແລະ ປະຊາຊົນຢູ່ພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ.
        ພາຍຫລັງພິທີຖະຫວາຍທູບທຽນຢູ່ວິຫານເທື້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາຜູ້ແທນໄດ້ວາງພວງມາລາ ແລະ ຈູດທູບຢູ່ສຸສານເຈົ້າຊີວິດຮຸ່ງ.
 (ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top